ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ສະຖາບັນພົວພັນສາກົນຝຣັ່ງ

Chia sẻ
ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ແງ່​ຫວັງ​ງ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຫັນ​ແກ່​ກົດ​ໝາຍ ແລະ ປະ​ຫວັດ​ສາດ” ດຳ​ເນີນ​ໄປ​ໃນ​ວັນ​ທີ 18/5
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ສະຖາບັນພົວພັນສາກົນຝຣັ່ງ - ảnh 1
ທ່ານ Antonio T. Carpio ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​
(ພ​າບ:kienthuc.net.vn)

(vovworld) - ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ແງ່​ຫວັງ​ງ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຫັນ​ແກ່​ກົດ​ໝາຍ ແລະ ປະ​ຫວັດ​ສາດ” ດຳ​ເນີນ​ໄປ​ໃນ​ວັນ​ທີ 18/5, ຢູ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ​ຝ​ຣັ່ງ. ​ນັກ​ປາ​ຖະ​ກະ​ຖາ​ຕົ້ນ​ຕໍ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ທ່ານ Antonio T. Carpio, ນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ຂຶ້ນ​ກັບ​ສານ​ສູງ​ສຸດ ຟິ​ລິບ​ປີນ. ໃນ​ບົດ​ລາຍ​ງານ​ຂອງ​ຕົນ, ທ່ານ Carpio ໄດ້​ສຸມ​ໃສ່​ອະ​ທິ​ບາຍ​ໃບ​ຮ້ອງ​ຟ້ອງ ຈີນ ຂອງ ຟີ​ລິບ​ປິນ ຕໍ່​ສານ​ສາ​ກົນ. ຕາມ​ທ່ານ​ແລ້ວ, ຈີນ ບໍ່​ມີ​ພື້ນ​ຖານ​ດ້ານ​ນິ​ຕິ​​ທຳ​ໃດໆ​ໃຫ້​ແກ່​ເສັ້ນ​ລີ້ນ​ງົວ 9 ຕອນ​ຂອງ​ຕົນ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Sophie Boisseau du Rocher, ນັກ​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ຂອງ​ສູນ​ຄົ້ນ​ຄ້​ວາ ອາ​ຊີ ຂຶ້ນ​ກັບ IFRI, ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ໄດ້​ຊີ້​ແຈ້ງ​ບັນ​ຫາ​ກ່ຽວ​ກັບ​ການ​ຂາດຫຼັກ​ການ​ລວມ ຫຼື ຂໍ້​ຕົກ​ລົງ​ລວມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ ຈີນ ໃນ​ບັນ​ຫາ​ຂັດ​ແຍ້ງ​​ເຂດ​ນ້ຳ​ແດນ​ດິນ. ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ, ທ່ານ Carpio ຕີ​ລາ​ຄາ​ວ່າ: ປີ 2002, ບັນ​ດາ​ປະ​ເທດ ອາ​ຊຽນ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ນີ້​ແມ່ນ​ເອ​ກະ​ສານບໍ່​ມີ​ລັກ​ສະ​ນະ​ບັງ​ຄັບ. ທ່ານ Carpio ຢັ້ງ​ຢືນ​ວ່າ: ເມື່ອ​ບັນ​ລຸ​ໄດ້ COC, ຟິ​ລີບ​ປິນ ຍັງ​ເດັດ​ດຽວ​ອີງ​ໃສ່ UNCLOS ແລະ ລະ​ບົບ​ຄົນ​ກາງ​ຂອງ UNCLOS ໃນ​ການ​ແກ​້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ບົນ​ທະ​ເລ.