ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ລັດເຊຍ

ດ້ຽບ​ແອງ,ດ​ວານ​ຫາຍ,VOVປະ​ຈຳ​ລັດ​ເຊຍ
Chia sẻ
ມີ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ນັກ​ຫວຽດ​ນາມ ວິ​ທະ​ຍາ​ນັບ​ສິບໆ​ທ່ານ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ທາບ​ທາມ​ຄວາມ​ເຫັນ
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ລັດເຊຍ - ảnh 1
ຈີນກໍ່​ສ້າງ​ກິດ​ຈະ​ກຳ​ຕ່າງໆ​ຢູ່​ເກາະ​ກາກ​ມາ
(ພາບ​ປະ​ກອບ)

(vovworld) - ​ ​​​​​ວັນ​ທີ 5/6, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ມະ​ນຸດ​ສາດ​ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ, ສະ​ຫະ​ພັນ​ລັ​ດ​ເຊຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະ​ມົນ​ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ເຂດ​ນ່ານ​ທະ​ເລ ແລະ ສິດ​ສັນ​ຕິ​ພາບ​ໃນສັງ​ກະ​ລາດ​ທັນ​ສະ​ໄໝ”. ມີ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ນັກ​ຫວຽດ​ນາມ ວິ​ທະ​ຍາ​ນັບ​ສິບໆ​ທ່ານ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ທາບ​ທາມ​ຄວາມ​ເຫັນ, ຄົ້ນ​ຄ້​ວາ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ພາກ​ພື້ນ​ທີ່ນາບ​ຂູ່​ເຖິງ​ສັນ​ຕິ​ພາບ​ໂລກ. ບັນ​ດາ​ບົດ​ທາບ​ທາມ​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ຍົກ​ອອກ​ບັນ​ດາ​ການ​ຜັນ​ແປມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການກ​ະ​ທຳ​ຂອງ ຈີນ ຄື: ດຳ​ເນີນ​ການກໍ່​ສ້າງ, ປັບ​ປຸງ​ເກາະ​ແຫ່ງ​ຕ່າງໆ​ຢູ່​ເຂດ​ມີ​ຄວາມ​ຂັດ​ແຍ້ງ, ຖະ​ແຫຼງ ແລະ ຈຳ​ກັດ​ການ​ເຄື່ອນ​ໄຫວ​ຄົມ​ມະ​ນາ​ຄົມ, ຂຸດ​ຄົ້ນ​ສິນ​ທະ​ເລ​ໃນ​ເຂດ​ເຊິ່ງ​ຈີນ “​ກຳ​ນົດ​ເອງ” ແມ່ນ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ ຫຼື ສິດ​ຄວບ​ຄຸມຂອງ​ຕົນ… ທຸກໆ​ຄົນ​ລ້ວນ​ແຕ່ຢັ້ງ​ຢືນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ຜັນ​ແປ​ຈະ​ນັບ​ມື້​ນັບ​ເຄັ່ງ​ຕຶງ​ຖ້າ​ຫາກ​ຈີນ ສືບ​ຕໍ່​​ການ​ກະ​ທຳ​ທີ່​ຈອງ​ຫອງ​ຂອງ​ຕົນ. ລັດ​ເຊຍ ມີ​ແຜນ​ນະ​ໂຍ​ບາຍວ່າ​ທຸກໆ​ປະ​ເທດ​ກ່ຽວ​ຂ້ອງ​ຕ້ອງ​ເຄົາ​ລົບຫຼັກ​ການບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ​ຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ເດັດ​ດຽວຊ​ອ​ກ​ຫາ​ມາດ​ຕະ​ການ​ການ​ເມືອງ - ການ​ທູດ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ບົນ​ພື້ນ​ຖານ​ຫຼັກ​ການ​ຂອ​ງ​ກົດ​ໝາຍ​ສາ​ກົນ, ກ່ອນ​ອື່ນ​ໝົດ​ແມ່ນ​ກົດ​ບັດ ສ​ປ​ຊ, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າດ​້ວຍ​ທະ​ເລ​ປີ 1982, ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).