ກອງ​ປະ​ຊຸມ​ສຳ​ມະ​ນາ ເວ​ທີ​ປາ​ໄສພາກ​ພື້ນ ອາ​ຊຽນ (ARF) ຄັ້ງ​ທີ 5 ກ່ຽວ​ກັບ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982

Chia sẻ
(VOVWORLD) - ກອງປະຊຸມສຳມະນາ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 150 ທ່ານ ທີ່ມາຈາກ 27 ປະເທດສະມາຊິກ ARF, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຕາງໜ້າທູຕານຸທູດ, ສະຖາບັນຄົ້ນຄ້ວາ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມີອິດທິພົນຊື່ສຽງ 
ກອງ​ປະ​ຊຸມ​ສຳ​ມະ​ນາ ເວ​ທີ​ປາ​ໄສພາກ​ພື້ນ ອາ​ຊຽນ (ARF) ຄັ້ງ​ທີ 5 ກ່ຽວ​ກັບ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 - ảnh 1ພາບປະກອບ: baoquocte.vn

ວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາສະຖານທູດ ການາດາ, ອົດສະຕາລີ, ນິວຊີແລນ ແລະ ສະຫະພາບ ເອີລົບ (EU) ໄດ້ຈັດກອງປະຊຸມສຳມະນາ ຄັ້ງທີ 5 ເວທີປາໄສ ພາກພື້ນ ອາຊຽນ (ARF) ກ່ຽວກັບການໝູນໃຊ້ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ແລະ ບັນດາເອກະສານນິຕິກຳສາກົນ ກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນທາງທະເລ.

ກອງປະຊຸມສຳມະນາ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 150 ທ່ານ ທີ່ມາຈາກ 27 ປະເທດສະມາຊິກ ARF, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຕາງໜ້າທູຕານຸທູດ, ສະຖາບັນຄົ້ນຄ້ວາ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມີອິດທິພົນຊື່ສຽງ ແລະ ບັນດາກະຊວງ, ຂະແໜງການ, ຕາມຮູບແບບທາງໄກ ແລະ ເຊິ່ງໜ້າ. ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຂົ້າຮ່ວມການແລກປ່ຽນ, ປຶກສາຫາລືກ່ຽວກັບວິທີການຮ່ວມມື, ແກ້ໄຂບັນດາສິ່ງທ້າທາຍໃນການຄຸ້ມຄອງທະເລໃນພາກພື້ນ ບົນພື້ນຖານໝູນໃຊ້ ແລະ ປະຕິບັດຕາມ UNCLOS 1982 ແລະ ບັນດາເອກະສານນິຕິກຳສາກົນ ທີ່ກ່ຽວຂ້ອງ. ບັນດາບົດປະກອບຄຳເຫັນລ້ວນແຕ່ຍົກສູງຄຸນຄ່າຂອງ UNCLOS 1982 ໃນຕະຫຼອດໄລຍະ 40 ປີຜ່ານມາ, ເນັ້ນໜັກວ່ານີ້ແມ່ນ ກອບນິຕິກຳຢ່າງຮອບດ້ານ ເຊິ່ງທຸກການເຄື່ອນໄຫວໃນທະເລຕ້ອງປະຕິບັດຕາມ, ກໍ່ຄືແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມືແກ້ໄຂບັນດາບັນຫາທີ່ເຄີຍເກີດມາ ແລະ ຫາກໍ່ເກີດທີ່ເກີດຂຶ້ນຢູ່ທະເລ ແລະ ມະຫາສະໝຸດໃນພາກພື້ນ.

ຕອບກັບ