ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ IAEA ຊຸດ​ທີ 65: ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ຜູ້​ວ່າ​ການ ອາຍ​ຸ​ການ 2021 – 2023

Chia sẻ
(VOVWORLD) -ບັນດາຜູ້ແທນ IAEA ໄດ້ເຫັນດີເລືອກຕັ້ງທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ເປັນຮອງປະທານ ສະມັດຊາໃຫຍ່ IAEA ຊຸດທີ 65 ແລະ ບັນດາປະເທດສະມາຊິກກໍເຫັນດີເປັນເອກະພາບເລືອກຕັ້ງ ຫວຽດນາມ ເຂົ້າເປັນສະມາຊິກ ສະພາຜູ້ວ່າການ, ອາຍຸການ 2021  - 2023. 
ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ IAEA ຊຸດ​ທີ 65: ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ຜູ້​ວ່າ​ການ ອາຍ​ຸ​ການ 2021 – 2023 - ảnh 1ພິທີອັດກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65

  ນັບແຕ່ວັນທີ 20 ກັນຍາ ຫາວັນທີ 24 ກັນຍາ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຊຸດທີ 65 ຖືກຈັດຂຶ້ນດ້ວຍຮູບແບບໂດຍກົງປະສົມກັບແບບທາງໄກ. ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ມີຜູ້ຕາງໜ້າຂອງ 172 ປະເທດສະມາຊິກ IAEA, ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ດ້ວຍທັງສອງຮູບແບບທາງໄກ ແລະ ໂດຍກົງ, ລວມທັງຜູ້ຕາງໜ້າກະຊວງຕ່າງປະເທດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈິງກຽນ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ IAEA ເປັນຫົວໜ້າຄະນະ. ໃນວາລະໄຂ, ບັນດາຜູ້ແທນ IAEA ໄດ້ເຫັນດີເລືອກຕັ້ງທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ເປັນຮອງປະທານ ສະມັດຊາໃຫຍ່ IAEA ຊຸດທີ 65.

        ບັນດາປະເທດ ສະມາຊິກ IAEA ກໍເຫັນດີເປັນເອກະພາບເລືອກຕັ້ງ ຫວຽດນາມ ເຂົ້າເປັນສະມາຊິກ ສະພາຜູ້ວ່າການ, ອາຍຸການ 2021  - 2023. ໃນບົດບາດນີ້, ຫວຽດນາມ ຈະພ້ອມກັບ 34 ປະເທດ ສະມາຊິກ ສະພາຜູ້ວ່າການ ປຶກສາຫາລື, ພິຈາລະນະ ແລະ  ສະມັດຊາໃຫຍ່ IAEA ກ່ຽວກັບໂຄງການດຳເນີນງານ ແລະ ບັນຫາການເງິນຂອງ IAEA; ພິຈາລະນາກ່ຽວກັບການເພີ່ມສະມາຊິກໃໝ່ຂອງ IAEA, ອະນຸມັດຜ່ານບັນດາສົນທິສັນຍາກ່ຽວກັບວຽກງານກວດກາລະຫວ່າງ IAEA ກັບບັນດາປະເທດສະມາຊິກ ກໍຄືບັນດາຂໍ້ກຳນົດ ແລະ ມາດຕະການຂອງ IAEA ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງນິວເຄຼຍ. ສະພາຜູ້ວ່າການກໍແມ່ນອົງການບົ່ງຕົວຜູ້ສະໝັກເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ IAEA ເພື່ອຍື່ນສະເໜີຕໍ່ ສະມັດຊາໃຫຍ່ ໃຫ້ສັດຕະຍາບັນ.

       ໂດຍຕາງໜ້າ ຫວຽດນາມ ຂຶ້ນກ່າວຄຳເຫັນ, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ໃຫ້ຮູ້ວ່າ ຫວຽດນາມ ຈະສົມທົບກັບ IAEA ກະກຽມກອບລາຍການຮ່ວມມືໄລຍະ 2022 – 2027, ໃນນັ້ນ ກຳນົດບັນດາຂົງເຂດໃຫ້ບຸລິມະສິດຮ່ວມມືລະຫວ່າງສອງຝ່າຍ. ພ້ອມດຽວກັນນັ້ນ, ຫວຽດນາມ ຈະສົມທົບກັບ ລາວ ແລະ ກຳປູເຈຍ ເພື່ອຜັນຂະຫຍາຍຂໍ້ຕົກລົງສາມຝ່າຍກ່ຽວກັບການໝູນໃຊ້ເຕັກໂນໂລຢີນິວເຄຼຍ, ເຊິ່ງເປັນໜຶ່ງໃນບັນດາເນື້ອໃນຈຸດສຸມຂອງ IAEA ໃນໂຄງການຮ່ວມມືດ້ານເຕັກນິກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.


ຕອບກັບ