ແລະກໍໃນຕອນບ່າຍວັນທີ 5 ກັນຍານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ບັນດາການນຳບັນດາປະເທດອາຊຽນ ໄດ້ດຳເນີນກອງປະຊຸມວົງແຄບເພື່ອປຶກສາຫາລືບັນຫາສາກົນ ແລະ ພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ເພື່ອໃຫ້ ອາຊຽນ ຮັກສາບົດບາດເປັນໃຈກາງ, ເສີມຂະຫຍາຍກຳລັງແຮງ, ປັບປຸງຄວາມສາມັກຄີພາຍໃນກຸ່ມ ເພື່ອຢັ້ງຢືນຄຸນຄ່າຍຸດທະສາດຂອງຕົນ, ບັນດາປະເທດ ອາຊຽນ ຕ້ອງຍົກສູງນ້ຳໃຈ ເປັນເອກະລາດ, ເສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເຄົາລົບກົດໝາຍແລະຍຶດໝັ້ນບັນດາຫຼັກການ ພື້ນຖານ ແລະ ມາດຕະຖານການປະພຶດຂອງອາຊຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ ອາຊຽນ ຕ້ອງມານະພະຍາຍາມເພີ່ມທະວີຄວາມສາມັກຄີ, ຮັກສາ ແລະ ປັບປຸງຫຼັກໝັ້ນຮ່ວມກ່ຽວກັບທະເລຕາເວັນອອກ. ອາຊຽນ ຄວນສະເໜີບັນດາຄູ່ຮ່ວມມືເຄົາລົບຫຼັກໝັ້ນນີ້ເມື່ອເຄື່ອນໄຫວຢູ່ທະເລຕາເວັນອອກ. ພິເສດແມ່ນການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ. (UNCLOS) 1982; ພ້ອມກັນນັ້ນ, ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບ ກົດໝາຍສາກົນ.
ກ່ຽວກັບສະພາບການມຽນມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະໜັບສະໜູ ນເພີ່ມທະວີຄວາມເປັນເຈົ້າການພົບປະຫຼາຍກ່ວາອີກເພື່ອສົ່ງເສີມບັນດາຝ່າຍເຈລະຈາສັນຕິພາບ, ສ້າງຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຂົ້າໃຈກັນ, ມຸ່ງໄປເຖິງການບັນລຸວິທີການແກ້ໄຂຢ່າງຮອບດ້ານໂດຍໄວ, ຍືນຍົງໃຫ້ແກ່ບັນຫາມຽນມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນຈະສົມທົບກັບລາວຊຶ່ງເປັນປະທານ ອາຊຽນ ປີ 2024, ສືບຕໍ່ຊຸກຍູ້ບັນດາເປົ້າໝາຍການຮ່ວມມືອາຊຽນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບໃຫ້ ຟີລິບປິນ ດຳລົງຕຳແໜ່ງເປັນປະທານອາຊຽນ 2026.