ກອງ​ປະ​ຊຸມ​ສຸດຍອດ NATO ອັດ​ລົງ​ດ້ວຍ​ຂໍ້​ຕົກ​ລົງ​ສຳ​ຄັນຫຼາຍ​ຢ່າງ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່ NATO Jens Stoltenberg ຊົມເຊີຍບັນດາການນຳ NATO ທີ່ໄດ້ຍົກອອກຂໍ້ຕົກລົງສຳຄັນຫຼາຍຢ່າງເພື່ອດັດປັບກົນໄກການເຮັດວຽກຂອງສຳພັນທະມິດນີ້ໃນອະນາຄົດ. ບັນດາປະເທດພັນທະມິດໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາແຜນການປ້ອງກັນຕົວທີ່ເຂັ້ມແຂງ ແລະ ລະອຽດທີ່ສຸດຂອງ NATO.
ກອງ​ປະ​ຊຸມ​ສຸດຍອດ NATO  ອັດ​ລົງ​ດ້ວຍ​ຂໍ້​ຕົກ​ລົງ​ສຳ​ຄັນຫຼາຍ​ຢ່າງ - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg  (ພາບ: AFP/TTXVN)

ກອງປະຊຸມສຸດຍອດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ອັດລົງໃນວັນທີ 12 ກໍລະກົດ, ຢູ່ Vilnius ປະເທດ ລິດວາ.   

        ບັນດາການນຳ NATO ຖືວ່າ ກອງປະຊຸມສຸດຍອດຄັ້ງນີ້ຂອງກຸ່ມ ແມ່ນມີລັກສະນະ “ປະຫວັດສາດ” ເມື່ອບັນລຸໄດ້ຄຳໝັ້ນສັນຍາກ່ຽວກັບແງ່ຫວັງເຂົ້າເປັນສະມາຊິກ NATO ຂອງ ຢູແກຼນ, ການເຂົ້າຮ່ວມຂອງ ແຟງລັງ - ປະເທດສະມາຊິກທີ 31 ແລະ ຄວາມເຫັນດີເປັນເອກະພາບຂອງ ຕວັກກີ ສຳລັບຄຳຮຽກຮ້ອງເຂົ້າເປັນສະມາຊິກ ສຳພັນທະມິດຂອງ ຊູແອັດ.

ໃນຂອບເຂດກອງປະຊຸມສຸດຍອດຄັ້ງນີ້, ອາເມລິກາ ແລະ ບັນດາປະເທດສຳພັນທະມິດກໍປະກາດບັນດາມາດຕະການໃໝ່ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ.

        ຕາມທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ແລ້ວ, ກອງປະຊຸມສຸດຍອດຄັ້ງນີ້ ໄດ້ເປີດໂອກາດໃໝ່ ເມື່ອ NATO ເພີ່ມທະວີການພົວພັນຂອງຕົນກັບບັນດາຄູ່ຮ່ວມມືໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຄື ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ.

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ