ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ອິນເດຍຢູ່ນິວເດລີ

Chia sẻ
ກອງ​ປະຊຸມ​ຄັ້ງ​ນີ້​ໂດຍ​ສະຖານທູ​ດ ຫວຽດນາມ ປະຈຳ ອິນ​​ເດຍ ສົມທົບ​ກັບ​ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ (FICCI) ຈັດ​ຕັ້ງ
ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ອິນເດຍຢູ່ນິວເດລີ - ảnh 1
ທ່ານ ໂຕນຊິງແທ່ງ ເອກ​ອັກຄະ​ລັດຖະທູດ ຫວຽດນາມ
(ພາບ: Huy Bình/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 12/4, ກອງ​ປະຊຸມ​ສົ່ງ​ເສີມຮຽກຮ້ອງ​ການ​ລົງທຶນ​ຂອງ ອິນ​ເດຍ ​ເຂົ້າ ຫວຽດນາມ ​ມີ​ຊື່ວ່າ: Invest Vietnam 2016 ​ຖືກ​ດຳ​ເນີນຢູ່​ສູນ​ສາກົນ ອິນ​ເດຍ, ນະຄອນຫຼວງ ​ນິວ​ເດ​ລີ. ກອງ​ປະຊຸມ​ຄັ້ງ​ນີ້​ໂດຍ​ສະຖານທູ​ດ ຫວຽດນາມ ປະຈຳ ອິນ​​ເດຍ ສົມທົບ​ກັບ​ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ (FICCI) ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​​ໂຕນ​ຊິງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ​ລັດ​ຖະບານ ອິນ​ເດຍ ສ້າງ​ກອງ​ທຶນ​ພິ​ເສດ​​ເຊິ່ງ​ມີ​ມູນ​ຄ່າ 100 ລ້ານ USD ​ເພື່ອ​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ຂອງ ປະ​ເທດ​ນີ້​ກໍ່ສ​້າງລະບົບ​ການ​ຜະລິດ ​ແລະ ສະໜອງຢູ່​ບັນດາ​ປະ​ເທດ: ກຳປູ​ເຈຍ, ລາວ, ຫວຽດນາມ ​ແລະ ມຽນມາ. ດ້ວຍ​ມູນ​ຄ່າ​ກ່ວາ 230 ລ້ານ USD ​ຊຶ່ງ​ບັນດາ​ບໍລິສັດ ອິນ​ເດຍ ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ປີ​ກາຍ, ຈຳນວນ​ທຶນ FDI ຂອງ ອິນ​ເດຍ ​ເຂົ້າ ຫວຽດນາມ ​ໄດ້​ລື່ນ​ກາຍລະດັບ 530 ລ້ານ USD. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ສ​້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ ​ແລະ ມີ​ບັນດາ​ບຸລິມະສິດ​ຢ່າງ​ສູງ​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ ອິນ​ເດຍ ​ເຂົ້າ ຫວຽດນາມ. ທີ່​ກອງ​ປະຊຸມ, ທ່ານ Nirmit Ved, ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ສົ່ງ​ອອກ - ນຳ​ເຂົ້າ ອິນ​ເດຍ (Eximbank), ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ທ່າ​ແຮງ​ຫຼາ​ຍຢ່າງ​ເພື່ອ​ລົງທຶນ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ຍັງມີ​ແຫຼ່ງ​ແຮງ​ງານທີ່​ມີ​ຄວາມ​ສາມາດ ​ແລະ ​ເຮັດ​ວຽກ​ຢ່າງ​ມີ​ປະສິດທິ​ຜົນ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ປັງ​ປຸງ, ​ໃຫ້ບຸລິມະສິດ​ດ້ານ​ພາສີ ​ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນຈາກ​ຕ່າງປະ​ເທດ, ​ລາຍ​ຄ່າ​ແຮງງານ​ຕຳ່ ​ແລະ ມີພື້ນຖານ​ການ​ເມືອງໝັ້ນຄົງ, ສັງຄົມ​ມີ​ຄວາມ​ສະຫງົບ.