ກອງປະຊຸມລັດຖະມົນຕີການຕ່າງປະເທດASEMຕີລາຄາສູງບັນດາຂໍ້ລິເລີ່ມຂອງຫວຽດນາມ

Chia sẻ
(vovworld) – ກອງ​ປ​ະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ດ້ວຍ​ບັນດາ​ການ​ກຳນົດ​ທິດ ​ແລະ ມາດ​ຕະການ​ຢ່າງ​ລະອຽ​ດ ດ້ວຍ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ນຳ​ການ​ຮ່ວມ​ມື​ອາຊີ -​ເອີ​ລົບ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດ​ທິຜົນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດASEMຕີລາຄາສູງບັນດາຂໍ້ລິເລີ່ມຂອງຫວຽດນາມ - ảnh 1
(ພາບປະກອບ: TTXVN)

(vovworld) – ພາຍຫຼັງ​ຈັດ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ຄູ່​ເຈລະ​ຈາ​ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 12 ​ໄດ້ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ, ຢູ່​ສູນ​ກອງ​ປະຊຸມ​ເອີ​ລົບ ຢູ່ Luxembourg ​ໃນ​ຄໍ່າຄື​ນວັນ​ທີ 06/11. ຕີ​ລາຄາ​ໝາກຜົນ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂ​ົ້າຮ່ວມ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ, ກອງ​ປ​ະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ດ້ວຍ​ບັນດາ​ການ​ກຳນົດ​ທິດ ​ແລະ ມາດ​ຕະການ​ຢ່າງ​ລະອຽ​ດ ດ້ວຍ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ນຳ​ການ​ຮ່ວມ​ມື​ອາຊີ -​ເອີ​ລົບ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດ​ທິຜົນ.

      ກ່ຽວຂ້ອງ​ເຖິງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ທີ່​ກອງ​ປ​ະຊຸມ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ, ຫວຽດນາມ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກ້ວາງ​ຂວາງ​ສຳລັບ​ຂໍ້​ລິ​ເລີ່​ມ “ຄຸ້ນ​ຄອງ ​ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ; ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ດ້ວຍ​ຕົນ​ເອງ”, ພິ​ເສ​ດ​ແມ່ນ​​ໃນ​ຂົງ​ເຂດ​ກະສິກຳ. ກອງ​ປ​ະຊຸມ​ກໍ​ຊົມ​ເຊີຍ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ກ່ຽວກັບ​ຄວາມ​ຈຳ​ເປັນ​ ​ແລະ ຮີບ​ດ່ວນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຈລະຈາ, ຮ່ວມ​ມື ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາ​ມໝັ້ນ​ຄົງ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ.