ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ປຶກສາຫາລືກ່ຽວກັບການປະທະກັນລັດເຊຍ - ຢູແກຼນ

Chia sẻ
(VOVWORLD) - ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຕື້ອງເຖິງຄວາມອາດສາມາດກອງປະຊຸມຈະຍົກອອກຖະແຫຼງການຮ່ວມກ່ຽວກັບບັນຫານີ້, ຍ້ອນຄວາມແຕກໂຕນກັນນັບມື້ນັບໃຫຍ່ຫຼວງລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງລັດເຊຍ - ຢູແກຼນ
ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ປຶກສາຫາລືກ່ຽວກັບການປະທະກັນລັດເຊຍ - ຢູແກຼນ - ảnh 1ທ່ານ Vinay Kwatra, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ອິນເດຍ
(ພາບ:ANI)

ວັນທີ 1 ມີນາ,ຢູ່ ອິນເດຍ, ເມື່ອກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງພິທີໄຂກອງປະຊຸມລັດຖະມົນຕີກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ທ່ານ Vinay Kwatra, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ອິນເດຍ, ໃຫ້ຮູ້ວ່າ:ການປະທະກັນລັດເຊຍ - ຢູແກຼນ ແມ່ນໜຶ່ງໃນບັນດາຫົວຂໍ້ຕົ້ນຕໍທີ່ໄດ້ປຶກສາຫາລືທີ່ກອງປະຊຸມລັດຖະມົນຕີ G-20. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຕື້ອງເຖິງຄວາມອາດສາມາດກອງປະຊຸມຈະຍົກອອກຖະແຫຼງການຮ່ວມກ່ຽວກັບບັນຫານີ້, ຍ້ອນຄວາມແຕກໂຕນກັນນັບມື້ນັບໃຫຍ່ຫຼວງລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງລັດເຊຍ - ຢູແກຼນ. ທ່ານ Vinay Kwatra ເນັ້ນໜັກບັນດາລັດຖະມົນຕີການຕ່າງປະເທດ ຈະພິຈາລະນາ, ຕີລາຄາເລິກກ່ຽວກັບບັນດາບັນຫາຄື: ຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ ແລະ ບັນຫາຝຸ່ນ, ກໍ່ຄືຜົນສະທ້ອນຂອງການປະທະກັນລັດເຊຍ - ຢູແກຼນ ສຳລັບບັນດາຂົງເຂດນີ້.

        ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ປີນີ້ ແມ່ນກອງປະຊຸມໃຫຍ່ຂອງບັນດາລັດຖະມົນຕີການຕ່າງປະເທດນັບແຕ່ກ່ອນມາ, ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນປະມານ 20 ຄະນະ, ໃນນັ້ນມີ 13 ຄະນະມາຈາກບັນດາອົງການຈັດຕັ້ງສາກົນ.

ຕອບກັບ