ກອງປະຊຸມຜັນຂະຫຍາຍປະຕິບັດແຜນຮ່າງຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ປີ 2020

Chia sẻ
(VOVWORLD) - ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ດໍາເນີນກອງປະຊຸມຜັນຂະຫຍາຍປະຕິບັດແຜນຮ່າງກ່ຽວກັບການຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ 2020.
ກອງປະຊຸມຜັນຂະຫຍາຍປະຕິບັດແຜນຮ່າງຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ປີ 2020 - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເປັນປະທານກອງປະຊຸມ (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຮອງຫົວໜ້າຄະນະປະຈໍາຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບ ອາຊຽນ ປີ 2020, ເນັ້ນໜັກວ່າ: ເລື່ອງປະຕິບັດບົດບາດເປັນປະທານ ອາຊຽນ ປີ 2020 ຢ່າງສໍາເລັດຜົນ ແມ່ນມີຄວາມໝາຍທາງດ້ານການເມືອງທ່ີສໍາຄັນ, ອັນໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງບົດບາດຂອງກອງທັບປະຊາຊົນຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງທັງປະເທດ. ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍຕ້ອງເອົາໃຈໃສ່ເຖິງການລົງທຶນໃຫ້ຖືກຕ້ອງຕາມລະດັບ ກ່ຽວກັບວຽກງານການກະກຽມ, ໂດຍສະເພາະແມ່ນດ້ານຊັບພະຍາກອນມະນຸດ, ແຜນການ, ວັດຖຸອຸປະກອນ, ພື້ນຖານໂຄງລ່າງ ເພື່ອຮັບໃຊ້ໃຫ້ແກ່ບັນດາກອງປະຊຸມ ແລະ ການເຄື່ອນໄຫວປ້ອງກັນຊາດ, ການທະຫານໃນປີ 2020. ທ່ານພົນໂທ ຫງວຽນຈີ໊ວິ້ງ ສະເໜີວ່າ ວຽກງານທາບທາມເນື້ອໃນ ຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດຢູ່ຂັ້ນຕ່າງໆ; ນໍາໃຊ້ບັນດາກົນໄກເຈລະຈາ, ການຮ່ວມມືທີ່ມີຢູ່ແລ້ວ; ການຢ້ຽມຢາມ, ພົວພັນແລກປ່ຽນຂັ້ນຕ່າງໆຂອງການນໍາກະຊວງປ້ອງກັນປະເທດ, ບົນພື້ນຖານນັ້ນ ສ້າງເອກະສານສະບັບຕ່າງໆ ແລະ ເນື້ອໃນ, ຂໍ້ລິເລີ່ມໃຫ້ແກ່ປີ 2020.


ຕອບກັບ