ກອງປະຊຸມທາງໄກຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ

Chia sẻ
(VOVWORLD) - ກອງປະຊຸມໄດ້ເຊື່ອມຕໍ່ລະຫວ່າງສຳນັກງານລັດຖະບານກັບ 33 ສະຖານທີ່ຢູ່ຄະນະກຳມະການປະຊາຊົນຂຶ້ນກັບສູນກາງ ທີ່ມີໂຄງການ, ກິດຈະກຳຈຸດສູມ.
ກອງປະຊຸມທາງໄກຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ (ພາບ: Dương Giang/TTXVN)

ວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ) ເປັນປະທານກອງປະຊຸມທາງໄກຄະນະຊີ້ນຳ. ກອງປະຊຸມໄດ້ເຊື່ອມຕໍ່ລະຫວ່າງສຳນັກງານລັດຖະບານກັບ 33 ສະຖານທີ່ຢູ່ຄະນະກຳມະການປະຊາຊົນຂຶ້ນກັບສູນກາງ ທີ່ມີໂຄງການ, ກິດຈະກຳຈຸດສູມ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຫວຽດນາມ ພວມຜັນຂະຫຍາຍ 3 ຂອດບຸກທະລຸຍຸດທະສາດ, ໃນນັ້ນມີຂອດບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ມີລັກສະນະລະຫວ່າງເຂດ, ແຂວງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

“ຄະນະຊີ້ນຳຕ້ອງເປັນເອກະພາບກ່ຽວກັບດ້ານແນວຄິດ, ຄວາມຮັບຮູ້, ການກະທຳ, ຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າ, ມານະພະຍາຍາມຫຼາຍກວ່າ, ມີການກະທຳຢ່າງຂ້ຽວຂາດກວ່າ, ບັນລຸປະສິດທິຜົນ, ແທດຈິງ, ເສີມຂະຫຍາຍນ້ຳໃຈຮັບຜິດຊອບຢ່າງສຸດຂີດຂອງສູນກາງ ແລະ ທ້ອງຖິ່ນ, ທັງໝົດເຫລົ່ານັ້ນແມ່ນເພື່ອປະຊາຊົນ, ປະເທດຊາດ. ຖ້າຫາກພວກເຮົາຜັນຂະຫຍາຍບັນດາໂຄງການຢ່າງຊັກຊ້ານັ້ນ ຈະຟຸມເຟືອຍແຫຼ່ງກຳລັງ, ໃນຂະນະທີ່ປະຊາຊົນພວມລໍຖ້າ. ພວກເຮົາຕ້ອງປະຕິບັດບັນດາຂອດບຸກທະລຸຍຸດທະສາດທີ່ໄດ້ວາງອອກ”.

ຕອບກັບ