ຍີ່​ປຸ່ນ ປ່ອຍ​ນ້ຳ​ເສຍ​ຄັ້ງ​ທີ 6 ຈາກ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Fukushima

Chia sẻ
(VOVWORLD) - ວັນທີ 17 ພຶດສະພາ, ບໍລິສັດໄຟຟ້າ Tokyo (TEPCO) ຂອງ ຍີ່ປຸ່ນ ໄດ້ເລີ່ມດຳເນີນການປ່ອຍນ້ຳທີ່ມີທາດກຳມັນຕະພາບລັງສີໄດ້ຮັບການແກ້ໄຂແລ້ວ ຈາກໂຮງງານໄຟຟ້ານິວເຄຼຍ Fukushima  ເລກ 1 ອອກສູ່ທະເລ.
ຍີ່​ປຸ່ນ ປ່ອຍ​ນ້ຳ​ເສຍ​ຄັ້ງ​ທີ 6 ຈາກ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Fukushima - ảnh 1

(ພາບ: AFP/TTXVN)

     ໃນການປ່ອຍນ້ຳເສຍຄັ້ງນີ້ ຊື່ງໄດ້ແກ່ຍາວຮອດວັນທີ 4 ມິຖຸນາ, TEPCO ມີແຜນການປ່ອຍນ້ຳເສຍ 7800 ໂຕນ. ບໍລິສັດນີ້ໃຫ້ຮູ້ວ່າ ລະດັບທາດກຳມັນຕະພາບລັງສີ ໄດ້ຕອບສະໜອງມາດຖານທີ່ໄດ້ວາງອອກ. ນັບແຕ່ໄດ້ເລີ່ມປ່ອຍນ້ຳເສຍໃນວັນທີ 24 ສິງຫາປີ 2023, ມາຮອດປະຈຸບັນ, TEPCO ໄດ້ປ່ອຍນ້ຳເສຍທີ່ມີທາດກຳມັນຕະພາບລັງສີປະມານ 39.000 ໂຕນອອກສູ່ທະເລແລ້ວ. ໄລ່ຮອດເດືອນມີນາປີ 2025, ບໍລິສັດຈະມີແຜນການປ່ອຍນ້ຳເສຍທັງໝົດ 54.600 ໂຕນໃນຄັ້ງທີ 7.

   ໃນການປ່ອຍນ້ຳເສຍ 5 ຄັ້ງກ່ອນ, TEPCO ໃຫ້ຮູ້ວ່າ ປະລິມານທາດກຳມັນຕະພາບລັງສີ tritium ໄດ້ຢັ້ງຢືນວ່າແມ່ນ 29 becquerel tritium /ນ້ຳທະເລ 1 ລິດ ໃນບັນດາຕົວແບບທີ່ເອົາຈາກເຂດຕ່າງໆຢູ່ມໍ່ກັບໂຮງງານ. ຕົວເລກນີ້ຕ່ຳກ່ວາການກຳນົດຂອງອົງການອະນາໄມໂລກ ແມ່ນ 10.000 becquerel /ນ້ຳດື່ມ 1 ລິດ.

ຕອບກັບ