ກອງ​ປະຊຸມ​ຄະນະ​ກໍາມະການ​ຮ່ວມ​ມື​ລວມລະຫວ່າງ ອາຊຽນ -​ ອາ​ເມ​ລິ​ກາ

Chia sẻ
(VOVWORLD) -ວັນທີ 14 ກຸມພາ, ຢູ່ສໍານັກງານຄະນະເລຂາ ອາຊຽນ ທີ່ນະຄອນ Jakatar, ປະເທດ ອິນໂດເນເຊຍ ໄດ້ດໍາເນີນກອງປະຊຸມ ຄັ້ງທີ 11 ຄະນະກໍາມະການຮ່ວມມືລວມ (JCC) ອາຊຽນ - ອາເມລິກາ. 
ກອງ​ປະຊຸມ​ຄະນະ​ກໍາມະການ​ຮ່ວມ​ມື​ລວມລະຫວ່າງ ອາຊຽນ -​ ອາ​ເມ​ລິ​ກາ - ảnh 1ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

     ນີ້ແມ່ນກອງປະຊຸມປະຈໍາປີ ຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ຕີລາຄາສະພາບການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືໃນຂອບເຂດ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ.

      ກອງປະຊຸມໄດ້ຕີລາຄາສູງບັນດາການພັດທະນາສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຜ່ານມາ, ກໍຄືການຜັນຂະຫຍາຍຢ່າງຮອບດ້ານບັນດາເນື້ອໃນທັງໝົດຂອງແຜນການຮ່ວມມື ລະຫວ່າງ ອາຊຽນ - ອາເມລິກາ ໄລຍະ 2016 – 2020.

        ອາເມລິກາ ຖືເປັນສໍາຄັນການຮ່ວມມືກັບ ອາຊຽນ ແລະ ທີ່ຕັ້ງສໍາຄັນຂອງ ອາຊຽນ ໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ບົນພື້ນຖານບັນດາຫຼັກການຄວາມເສລີ, ຈະແຈ້ງ, ສ້າງສັນ, ເຄົາລົບກົດໝາຍ, ບົດບາດໃຈກາງຂອງ ອາຊຽນ ແລະ ປັບປຸງບັນດາກົນໄກ ໂດຍ ອາຊຽນ ຊັກຈູງ. ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມລວມ ແລະ ບົດບາດຂອງ ອາຊຽນ ໃນການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ກັບ ຈີນ, ກໍຄືຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982.

ຕອບກັບ