ກອງປະຊຸມຄັ້ງທີ5ຂອງຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ-ສ.ເຊັກໂກ

Chia sẻ
(vovworld) - ​ໃນ​ກອງ​ປະຊຸມ​ຄັ້ງທີ 5 ຂອງ​ຄະນະກຳມາ​ທິການ​ລະ​ຫວ່າງ​ລັດຖະບານ ຫວຽດນາມ - ສ.​ເຊັກ​ໂກ ດຳ​ເນີນ​​ໃນ​ວັນ​ທີ 12/07 ຢູ່ Praha, ທ່ານນາງ ​ໂຮ່ທິກີ​ມທວາ ຮອງ​ລັດຖະມົນຕີ​ກະຊວງ​ອຸດ​ສາຫະກຳ ​ແລະ ການ​ຄ້າ
ກອງປະຊຸມຄັ້ງທີ5ຂອງຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ-ສ.ເຊັກໂກ - ảnh 1
​ກອງ​ປະຊຸມ​ຄັ້ງທີ 5 ຂອງ​ຄະນະກຳມາ​ທິການ
​ລະ​ຫວ່າງ​ລັດຖະບານ ຫວຽດນາມ - ສ.​ເຊັກ​ໂກ

(vovworld) - ​ໃນ​ກອງ​ປະຊຸມ​ຄັ້ງທີ 5 ຂອງ​ຄະນະກຳມາ​ທິການ​ລະ​ຫວ່າງ​ລັດຖະບານ ຫວຽດນາມ - ສ.​ເຊັກ​ໂກ ດຳ​ເນີນ​​ໃນ​ວັນ​ທີ 12/07 ຢູ່ Praha, ທ່ານນາງ ​ໂຮ່ທິກີ​ມທວາ ຮອງ​ລັດຖະມົນຕີ​ກະຊວງ​ອຸດ​ສາຫະກຳ ​ແລະ ການ​ຄ້າ, ປະທານຄະນະ​ກຳມາ​ທິການ ຫວຽດນາມ - ສ.​ເຊັກ​ໂກ ​ແລະ ທ່ານ Jiri Koliba ຮອງ​ລັດຖະມົນຕີ​ກະຊວງ​ອຸດ​ສາຫະກຳ ​ແລະ ການ​ຄ້າ, ປະທານ​ກຳ​ມາ​ທິການ ສ.​ເຊັກ​​ໂກ - ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ເອກ​ະສານ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​​ໄລຍະ 2016 – 2020. ທີ່​ກອງ​ປະຊຸມ ​ແລະ ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເຊັກ​​ໂກ ​ໄດ້​ຮັບ​ການຈັດ​ຕັ້ງ​ພ້ອມ​ກັນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​​ໂດຍຖື​ວ່າ: ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ຢ່າງ​ລະອຽດ​ກ່ວາ​ໃນ​ບັນດາ​ຂົງ​ເຂດ​ຄື: ອຸດສາຫະກ​​ຳຂຸດ​ຄົ້ນ​ແຮ່​ທາດ ​ແລະ ພະ​ລັງ​ງານ, ການຄົມມະນາຄົມ - ຂົນ​ສົ່ງ, ການ​ສຶກສາບຳລຸງ​ກໍ່ສ້າງ, ​ແຮງ​ງານ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ…