ກອງປະຊຸມຄັ້ງທີ25ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ

Chia sẻ
​(vovworld) - ​ໃນ​ລະຫວ່າ​ງວັນ​ທີ 08 – 12/06, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ດຳ​​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 25 ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982
ກອງປະຊຸມຄັ້ງທີ25ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ - ảnh 1
(ທ່ານ​ນາງ​ເອ​ກອັກຄະ​ລັດຖະທູ​ດຫວຽດນາມ ຫງວຽນ​ເຟືອງ​ງາ)

​(vovworld) - ​ໃນ​ລະຫວ່າ​ງວັນ​ທີ 08 – 12/06, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ດຳ​​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 25 ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982, ດ້ວຍການ​ເຂົ້າ​ຮ່ວມ​ຂອງ 136/167 ປະ​ເທດ​ສະມາຊິກ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ປະ​ເທດ​ສັງ​ເກດ​ການ. ກອງ​ປະຊຸມ​ໄດ້​ພິ​ຈາລະ​ນາ, ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ປີ 2014 ຂອງ​ສານ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ອົງການ​ສິດ​ອຳນາດພື້ນ​ມະຫາ​ສະມຸດ ​ແລະ ກຳມະກາ​ນຊາຍ​ແດ​ນຢູ່​ເຂດນອກ​ໄຫຼ່​ທະວີບ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອ​ກອັກຄະ​ລັດຖະທູ​ດຫວຽດນາມ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ​້ຕາງໜ້າ​ຂອງຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ, ຫົວໜ້າ​ຄະນະ​ຫວຽດນາມ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ເນັ້ນ​ໜັກ​ວ່າ, ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເຂດ​ມີ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ຫຼາຍ​ຢ່າງ ​ແລະ ມີ​ເສັ້ນທາງ​ເດີນ​ທະ​ເລ​ໃຫຍ່​ທີ 2 ​ໃນ​ໂລກ, ຄວນ​ໄດ້​ຮັບ​ການ​ປົກ​ປັກຮັກສາ ​ແລະ ໄດ້​ນຳ​ໃຊ້​​ແບ​ບຍືນ​ຍົງ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຊີ້​ແຈ້ງວ່າ, ຫວຽດນາມ ມີ​ຄວາມ​ວິຕົກ​ກັງ​ວົງ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວກໍ່ສ້າງ​​​ໄດ້​ເຮັດ​ໃຫ້​ປ່ຽນ​ແປ​ງ​ສະພາບ​ເດີມ​ທຳ​ມະ​ຊາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທຳລາຍ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ຊີວະ​ນາໆ​ພັນຢູ່ທະ​ເລ, ສົ່ງ​ຜົນ​ທະ​ທ້ອນຢ່າງ​ຮ້າຍ​​ແຮງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ກໍ່​ຄວາມວິຕົກ​ກັງວົນ​ທີ່​ໃຫຍ່​ຫຼວງ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຄື​​ປະ​ເທດຕ່າງໆ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ, ຕ້ອງ​ຢຸດຕິ​ບັນ​​ດາ​ການ​ກະທ​ຳ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ, ທຳລາຍ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ​ເຮັດ​ໃຫ້​ສະພາບ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ.

      ທ່ານ​ນາງ ຫງວຽນ​​ເຟືອງ​ງາ ຢັ້ງຢືນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ທີ່ວ່າ ບັນ​ດາ​ການ​ຂັດ​ແຍ້ງຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ,​ ​ໃນ​ນັ້ນ​ມີ UNCLOS…