ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມຖາວອນປະຈຳ ສະຫະປະຊາຊາດ(ພາບ: TTXVN) |
ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມຖາວອນປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ປະຈຳ ເຊີແນວ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ.
ຕາມໂຄງການດຳເນີນງານແລ້ວ, ກອງປະຊຸມປະຈຳປີຄັ້ງນີ້ຈະຈັດວາລະ ການປຶກສາຫາລືຫົວເລື່ອງສະເພາະ 3 ຄັ້ງກ່ຽວກັບບັນດາຫົວຂໍ້ຄື ຮັບປະກັນສິດທິມະນຸດໃນສະພາບການບັນດາມາດຕະການລົງໂທດແບບພຽງລຳພັງຝ່າຍດຽວ, ສິດທິຂອງຊາວທ້ອງຖິ່ນ, ສົມທົບວິທີການສຳຜັດກ່ຽວກັບເພດໃນວຽກງານຂອງສະພາສິດທິມະນຸດ … ແລະ ພິຈາລະນາຮັບຮອງເອົາບັນດາບົດລາຍງານສຸດທ້າຍຂອງກົນໄກສຳຫຼວດກວດກາປະຈຳໄລຍະດ້ານສິດທິມະນຸດ ຂອງ 14 ປະເທດ. ກອງປະຊຸມຈະດຳເນີນເຖິງວັນທີ 27 ກັນຍາ, ແລະ ຄາດວ່າ ຈະຮັບຮອງເອົາຮ່າງມະຕິ 25 ສະບັບ ກ່ຽວກັບບັນດາບັນຫາທີ່ຫຼາຍຮູບຫຼາຍແບບເຊິ່ງກ່ຽວຂ້ອງເຖິງສິດທິມະນຸດ.