ກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມຫວຽດນາມ - ຣູມານີ ກ່ຽວກັບການຮ່ວມມືດ້ານເສດຖະກິດ

Chia sẻ

(VOVWORLD) -ວັນທີ 4 ຕຸລາ ປີ 2019 ຢູ່ ນະຄອນຫລວງ ບູຈາແຣດ ປະເທດ  ຣູມານີ ໄດ້ດຳເນີນກອງປະຊຸມຄັ້ງທີ 16 ຂອງຄະນະກຳມະການປະສົມ ຫວຽດນາມ - ຣູມານີ ກ່ຽວກັບການຮ່ວມມືດ້ານເສດຖະກິດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຈີນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ທ່ານ Stefam Radu Oprea ລັດຖະມົນຕີກະຊວງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ.

ກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມຫວຽດນາມ - ຣູມານີ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ: (moit.gov.vn)

ກອງປະຊຸມ, ສອງຝ່າຍໄດ້ເນັ້ນຫນັກຢ່າງແຮງຕໍ່ເລື່ອງຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າກວ່າອີກ ເພື່ອແນໃສ່ຫນູນຊ່ວຍວິສາຫະກິດສອງປະເທດ ຊອກຮູ້ຕະຫລາດ, ເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນຂ່າວສານດ້ານກົດໝາຍ ແລະ ການຮ່ວມມືດຳເນີນທຸລະກິດ. ສອງຝ່າຍເປັນເອກະພາບສ້າງຕັ້ງກຸ່ມປະຕິບັດງານຮ່ວມກ່ຽວກັບດ້ານການຄ້າ ເພື່ອແນໃສ່ໄຈ້ແຍກ, ຕີລາຄາສະພາບການເສດຖະກິດ, ການຄ້າສອງຝ່າຍ ຈາກນັ້ນ ວາງອອກບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບການລົງທຶນ, ຫວຽດນາມ ສະຫນັບສະຫນູນບັນດາບໍລິສັດ ຣູມານີ ລົງທຶນເຂົ້າໃນບັນດາຂົງເຂດ ຊື່ງ ຣູມານີ ມີທ່າແຮງຄື: ຂຸດຄົ້ນນ້ຳມັນອາຍແກສ, ກັ່ນຕອງນ້ຳມັນ, ຕໍ່ກຳປັ່ນ, ອຸດສາຫະກຳກົນຈັກ.

ຕອນເຊົ້າວັນດຽວກັນ, ທ່ານ ເຈີນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ທ່ານ Stefam Radu Oprea ລັດຖະມົນຕີກະຊວງສະພາບແວດລ້ອມແຫ່ງການດຳນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ ກໍ່ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ.

ຕອບກັບ