ກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມື 2 ຝ່າຍຫວຽດນາມ - ອິນໂດເນເຊຍ

Chia sẻ
ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ ອິນ​ໂດ​ເນ​ເຊຍ ຕາມ​ໂຄງການ​​ເຄື່ອນ​ໄຫວ​ຫວຽດນາມ - ອິນ​​ໂດ​ເນ​ເຊຍ ​ໄລຍະ 2012 – 2015, ຕອນ​ບ່າຍ​ວັນ​ທີ 25/7, ຢູ່ ຮ່າ​ໂນ້ຍ, ​ໄດ​້ຈັດ​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການຮ່ວມ​ມື 2 ຝ່າຍ ຫວຽດນາມ - ອິນ​​ໂດ​ເນ​ເຊຍ
ກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມື 2 ຝ່າຍຫວຽດນາມ - ອິນໂດເນເຊຍ - ảnh 1
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ຫວຽດນາມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ ອິນ​ໂດ​ເນ​ເຊຍ ຕາມ​ໂຄງການ​​ເຄື່ອນ​ໄຫວ​ຫວຽດນາມ - ອິນ​​ໂດ​ເນ​ເຊຍ ​ໄລຍະ 2012 – 2015, ຕອນ​ບ່າຍ​ວັນ​ທີ 25/7, ຢູ່ ຮ່າ​ໂນ້ຍ, ​ໄດ​້ຈັດ​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການຮ່ວມ​ມື 2 ຝ່າຍ ຫວຽດນາມ - ອິນ​​ໂດ​ເນ​ເຊຍ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂ​ດ​ເນ​ເຊຍ Marty Natalegawa ​ເປັນ​ປະທານ​ຮ່ວມກອງ​ປະຊຸມ. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ວາງ​ອອກ​ບັນດາ​ການ​ກຳນົດ​ທິດ ​ເພື່ອ​ປັບປຸງ ​ແລະ ຍົກ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເປັນ​ເອກະ​ພາບ​ກັນ​ຊຸກຍູ້​ປະຕິບັດ​ສຳ​ເລັດ​ກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ “ຂໍ້​ຕົກລົງ​ກ່ຽວ​ກັບ​ກົດ​ລະບຽບ​ການ​ລາດ​ຕາ​ເວນ​ຢູ່​ເຂດ​ນ່ານທະ​​ເລ​​ເຊື່ອມ​ຕໍ່​ກັນ ​ແລະ ລະບົບ​ສື່​ຂ່າວ​ຕິດ​ຕໍ່​ພົວພັນ​​ລະຫວ່າງ​ທະຫານ​ເຮືອ 2 ປະ​ເທດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ​້ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ ອາ​ຊຽນ ກໍ​ຄື​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ທີ່​ມີ​ຕໍ່​ບັນຫາ​ລວມຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອ​ອກ, ​ເນັ້ນ​ໜັກ​ເລື່ອງ​ຮັບປະກັນ​ສັນຕິ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982, ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ບັນລຸ COC ​ໂດຍ​ໄວ.”

ສ່ວນ​ຝ່າຍ ອິນ​ໂດ​ເນ​ເຊຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Natalegawa ຢັ້ງຢືນ​ວ່າ: ອິນ​​ໂດ​ເນ​ເຊຍ ພ້ອມ​ແລ້ວ​ທີ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ, ນຳ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ Pham Binh Minh ​ແລະ ລັດຖະມົນຕີ Natalegawa ​ໄດ້​ເຊັນ​ເອກະສານ​ກອງ​ປະຊຸມ ​ແລະ ​ເປັນ​ເອກະສັນ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ຮ່ວມ​ມື 2 ຝ່າຍ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຢູ່ ອິນ​ໂດ​ເນ​ເຊຍ ​ໃນ​ປີ 2014.