ກອງປະຊຸມ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເທດສະບານນະຄອນ ຢາເຫງຍ, ແຂວງ ດັກນົງຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ວ່າ: “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ”.
ກອງປະຊຸມ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ - ảnh 1ກອງປະຊຸມ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ (ພາບ:nhandan.com)

 ເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງວັນເປີດເສັ້ນທາງ ເຈື່ອງເຊີນ (ສາຍພູຫຼວງ) - ເສັ້ນທາງໂຮ່ຈີມິນ (19/5/1959 – 19/5/2019) ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເທດສະບານນະຄອນ ຢາເຫງຍ, ແຂວງ ດັກນົງຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ວ່າ: “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ເປັນສັນຍາລັກຂອງເຈດຈໍານົງໂຮມປະເທດຊາດເປັນເອກະພາບ”. ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ ນັກຮົບເກົ່າ ຫງວຽນວັນແຄງ, ອະດີດພາລະກອນພະລາທິການ ແຂວງດັກນົງ ແບ່ງປັນວ່າ:

        “ເນື່ອງໃນໂອກາດດໍາເນີນກອງປະຊຸມສໍາມະນານີ້, ຂ້າພະເຈົ້າປາດຖະໜາຢາກໃຫ້ຄົນລຸ້ນໜຸ່ມຕ້ອງຊອກຮູ້ ແລະ ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບຄວາມລໍາບາກກາກກໍາຂອງຄົນລຸ້ນກ່ອນ, ພ້ອມທັງເອົາບັນດາແບບຢ່າງນັ້ນ ຂົນຂວາຍໃຫ້ລູກຫຼາຍຂອງຕົນເຂົ້າຮ່ວມກໍາລັງປະກອບອາວຸດ ເພື່ອປົກປັກຮັກສາປະເທດຊາດ. ກອງປະຊຸມສໍາມະນານີ້ ບໍ່ພຽງແຕ່ໂຄສະນາເຜີຍແຜ່ໃຫ້ແຂວງ ດັກນົງ ເທົ່ານັ້ນ ຫາກຍັງໃຫ້ທັງປະເທດເຫັນໄດ້ວ່າ ບັນດາຄຸນງາມຄວາມດີດັ່ງກ່າວ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ສໍາລັບປະຊາຊົນ”.

        ທີ່ກອງປະຊຸມສໍາມະນາ, ຄະນະຈັດຕັ້ງ ໄດ້ຮັບບົດປະກອບຄໍາຄິດເຫັນວິທະຍາສາດກວ່າ 80 ບົດຂອງບັນດາການນໍາ, ອະດີດການນໍາພັກ, ລັດ, ບັນດາອົງການຂັ້ນສູງກາງ...ທັງຢູ່ພາຍໃນ ແລະ ນອກກອງທັບ. ດ້ວຍວິທີສໍາຜັດວິທະຍາສາດ, ກອງປະຊຸມສໍາມະນາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເສັ້ນທາງຍຸດທະສາດເຈື່ອງເຊີນ  ແມ່ນຜົນສໍາເລັດອັນດີເລີດໃນແນວທາງ, ແຜນນະໂຍບາຍຊີີ້ນໍາ, ນໍາພາຂອງການປະຕິວັດພາກໃຕ້ຂອງພັກ, ເຊິ່ງນໍາໜ້າແມ່ນປະທານໂຮ່ຈີມິນ; ເປັນຈິດໜຶ່ງໃຈດຽວລະຫວ່າງທັດສະນະຂອງພັກ, ຈິດໃຈຂອງປະຊາຊົນ, ອັນໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ຜ່ານການຕັດສິນໃຈ “ເປີດສາຍພູຫຼວງ ໄປກູ້ຊາດ”. 

ຕອບກັບ