ກອງປະຊຸມ Shangri La ຄັ້ງທີ 17 ໄຂຂຶ້ນໃນຕອນຄ່ຳວັນທີ 01 ມິຖຸນາຢູ່ສິງກະໂປ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 01 ມິຖຸນາ, ກອງປະຊຸມຂັ້ນສູງຄວາມໝັ້ນຄົງອາຊີ (ກອງປະຊຸມ Shangri La) ຄັ້ງທີ 17 ຈະເລີ່ມຕົ້ນຢ່າງເປັນທາງການ ດ້ວຍພິທີໄຂຢ່າງສົມກຽດ.
ກອງປະຊຸມ Shangri La ຄັ້ງທີ 17 ໄຂຂຶ້ນໃນຕອນຄ່ຳວັນທີ 01 ມິຖຸນາຢູ່ສິງກະໂປ - ảnh 1 (ພາບປະກອບ: Alamy)

ນີ້ແມ່ນໜຶ່ງໃນບັນດາເວທີປາໄສຄວາມໝັ້ນຄົງແຖວໜ້າຂອງໂລກ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຄະນະຜູ້ແທນທີ່ມາຈາກ 40 ປະເທດຢູ່ພາກພື້ນອາຊີ ປາຊີຟິກ. ຄະນະຜູ້ແທນຂັ້ນສູງການທະຫານຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ ເຂົ້າຮ່ວມກອງປະຊຸມ.

      ໃນ 2 ມື້ດຳເນີນກອງປະຊຸມຢ່າງເປັນທາງການ ຈະມີວາລະປະຊຸມຄົບຄະນະ 5 ຄັ້ງ, ໃນນັ້ນສຸມໃສ່ເຂົ້າໃນບັນດາຫົວຂໍ້ສຳຄັນ, ສົ່ງຜົນສະທ້ອນໂດຍກົງເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນໃນປະຈຸບັນຄື: ບົດບາດຂອງບັນດາປະເທດໃຫຍ່, ສິ່ງທ້າທາຍຄວາມໝັ້ນຄົງພາກພື້ນອິນເດຍ - ປາຊີຟິກ, ບັນຫານິວເຄຼຍ, ຄວາມເປັນລະບຽບຮຽບຮ້ອຍດ້ານຄວາມໝັ້ນຄົງທີ່ພວມຜັນປ່ຽນຢູ່ອາຊີ, ລັດທິກໍ່ການຮ້າຍ, ຍົກສູງຄຸນນະພາບການຮ່ວມມືປ້ອງກັນຄວາມສະຫງົບຢູ່ພາກພື້ນ.

      ຄາດວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ວາລະປະຊຸມຄົບຄະນະທີ 3 ດ້ວຍຫົວຂໍ້ວ່າ ສ້າງຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງທີ່ພວມຜັນປ່ຽນຢູ່ອາຊີ ໃຫ້ເປັນຮູບປະທຳ.

ຕອບກັບ