ກອງທັບ ຊີຣີ ຢຶດຄອງເທດສະບານເມືອງຍຸດທະສາດ 5 ແຫ່ງຄືນໃໝ່

Chia sẻ
ວັນ​ທີ 21/4, ກອງທັບ ຊີຣີ ​ໄດ້​ຍາດ​ສິດ​ຄວບ​ຄຸມ​ເທດສະບານ​ເມືອງ 5 ​ແຫ່ງ​ຢູ່​ແຂວງຍຸດ​ທະ​ສາດ Homs, ​ໃກ້​ກັບ​ເຂ​ດຊາຍ​ແດນ​ ລິ​ບັງ
ກອງທັບ ຊີຣີ ຢຶດຄອງເທດສະບານເມືອງຍຸດທະສາດ 5 ແຫ່ງຄືນໃໝ່ - ảnh 1
ທະຫານລັດຖະບານ ຊີຣີ
(ພາບ: P.TV)

(vovworld) - ວັນ​ທີ 21/4, ກອງທັບ ຊີຣີ ​ໄດ້​ຍາດ​ສິດ​ຄວບ​ຄຸມ​ເທດສະບານ​ເມືອງ 5 ​ແຫ່ງ​ຢູ່​ແຂວງຍຸດ​ທະ​ສາດ Homs, ​ໃກ້​ກັບ​ເຂ​ດຊາຍ​ແດນ​ ລິ​ບັງ. ທະຫານ​ລັດຖະບານ​ກໍ່​ໄດ້ບຸກ​ໂຈມ​ຕີ​ກຸ່ມ​ລຸກ​ຮື້​ຂຶ້ນ​ເຊິ່ງລວມມີ 500 ຄົນ ທີ່​ໄດ້ບຸກ​​ເຂົ້າສະໜາມ​ບິນ Al Daba, ດັບ​ສູນ​ມື​ປືນ 100 ຄົນ. ຊີຣີ ​ໄດ້​ກ່າວ​ຫາ ອາ​ເມ​ລິ​ກາ ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ປະ​ທະ​ກັນ​ພາຍ​ໃນ​ ຊີຣີ ເພື່ອ​ເພີ່ມ​​ການ​ຊ່ວຍ​​ເຫຼືອ​ຂຶ້ນ 2 ​ເທົ່າໃຫ​້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ທີ່​ກອງ​ປະຊຸມ “ບັນດາ​ເພື່ອນ​ມິດ​ຂອງ ຊີຣີ”, ອາ​ເມ​ລິ​ກາ ​ຖະ​ແຫລ​ງ ຈະ​ເພີ່​ມ​ການ​​ຊ່ວຍ​ເຫຼືອ​ຂຶ້ນ 2 ​ເທົ່າ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານຢູ່ ຊີຣີ ຄື​ຂຶ້ນ​ເປັນ 250 ລ້ານ USD. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອາ​ເມ​ລິ​ກາ ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ຮຽກຮ້ອງສະໜອງ​ອາວຸດ ຫຼື ​ແຊກ​​ແຊງ​ດ້ານ​ການ​ທະຫານ​ໂດຍ​ກົງ​ເຂົ້າປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.