ກຣົວຊີ ຈະແມ່ນປະເທດສະມາຊິກທີ 20 ຂອງ Eurozone (ພາບ: WSJ) |
ໃນບົດລາຍງານທີ່ປະກາດໃນວັນນີ້, ຄະນະກຳມະການເອີໂຣ (EC) ແລະ ທະນາຄານສູນກາງ ເອີລົບ (ECB) ໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ ກຣົວຊີ ມີເງື່ອນໄຂມາດຖານຢ່າງພຽງພໍເພື່ອເຂົ້າເປັນສະມາຊິກຂອງ ສະຫະພາບເອີຣົບ. ຕາມນັ້ນແລ້ວ, ກຣົວຊີ ໄດ້ຮັບປະກັນອັດຕາໄພເງິນເຟີ້ສະເລ່ຍໃນຮອບເວລາ 1 ປີຜ່ານມາຢູ່ລະດັບ 4,7%, ຕ່ຳກ່ວາລະດັບກຳນົດແມ່ນ 4,9%, ຮັກສາສະພາບການເງິນທີ່ໂປ່ງໄສ, ການຂາດດຸນງົບປະມານປີ 2021 ຢູ່ລະດັບຕ່ຳກ່ວາ 2,9% ຍອດຜະລິດຕະພັນພາຍໃນປະເທດ (GDP)…