ກົນຈັກແມ່ນຂະແໜງ ອຸດສາຫະກຳພື້ນຖານໃນ ວິວັດທະນາການຫັນ ປະເທດຊາດເປັນປະເທດອຸດສາຫະກຳ,ທັນສະໄໝ

Chia sẻ
(vovworld) - ກົນ​ຈັກ​ແມ່ນ​ຂະ​ແໜງ​ອຸດສາຫະກຳ​ພື້ນຖານ​ໃນ​ວິວັດທະນາ​ການ​ຫັນ​ປະ​ເທດ​ເປັນ​ ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ທີ່​ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ວັນ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ກົນ​ຈັກ ຫວຽດນາມ
ກົນຈັກແມ່ນຂະແໜງ ອຸດສາຫະກຳພື້ນຖານໃນ ວິວັດທະນາການຫັນ ປະເທດຊາດເປັນປະເທດອຸດສາຫະກຳ,ທັນສະໄໝ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/Nhật Bắc)

(vovworld) - ກົນ​ຈັກ​ແມ່ນ​ຂະ​ແໜງ​ອຸດສາຫະກຳ​ພື້ນຖານ​ໃນ​ວິວັດທະນາ​ການ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ທີ່​ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ວັນ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ກົນ​ຈັກ ຫວຽດນາມ ​ໂດຍ​ກະຊວງ​ອຸດສາຫະກຳການຄ້າ ຫວຽດນາມ ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 11/4.

    ຕາມ​ທ່ານ​ນາຍົກລັດຖະມົນຕີ ​ແລ້ວ, ພັກ, ລັດ, ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຂະ​ແໜງ​ກົນ​ຈັກ, ພິ​ເສດ​ແມ່ນການຜະລິດເຄື່ອງ​ກົນ​ຈັກ​. ທ່ານ​ນາຍົກລັດຖະມົນຕີກໍ່​ໄດ້​​ໄຈ້​ແຍກ​ສິ່ງ​ຈຳ​ກັດ​ຈຳນວນໜຶ່ງຂອງ​ຂະ​ແໜງ​ກົນ​ຈັກ, ພິ​ເສດ​​ແມ່ນ​ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ກົນ​ຈັກ​ຍັງ​ໜ້ອຍເດີນໄປ​ໃນ​ການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ ​ແລະ ຂົງ​ເຂດ​ທີ່​ເຄີຍ​ເປັນຄວາມ​ສາມາດ​ບົ່ມ​ຊ້ອນ.​​.​. ບົນ​ຈິດ​ໃຈ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢູ້ງ ​ໄດ້​ມອບໝາຍ​ໃຫ້​ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າຫວຽດນາມ ສຸ​ມ​ໃສ່​ສ້າງ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການວາງ​ແຜນ​ກຳນົດພັດທະນາ​ຂະ​ແໜງ​ກົນ​ຈັກ​ໃນ​ໄລຍະ​ທີ່ຈະມາເຖິງ. ທ່ານ​ເວົ້າ​ວ່າ:

    “ຍຸດ​ທະ​ສາດ​ຕິດ​ພັນ​ກັບການວາງ​ແຜນກຳນົດ, ​ໃນ​ນັ້ນ​ກຳນົດ​ແຈ້ງຜະລິດ​ຕະພັນ ​ແລະ ຂົງ​ເຂດ​ບຸລິມະສິດ​ຕິດ​ພັນ​ກັບ​ກົນ​ໄກ​ນະ​ໂຍບາຍ​ລະ​ອຽດ​ເພື່ອ​ປະຕິບັດ​ຢ່າງ​ລະອຽດ. ຕົວຢ່າງ​ຄື ຂົງ​ເຂດ​ຜະລິດເຄື່ອງກົນ​ຈັກຮັບບຸລິມະສິດເພື່ອ​ຕອບ​ສະໜອງ​ເຄື່ອງ​ຈັກ​ຮັບໃຊ້​ກະສິກຳ​.​.​. ນັ້ນ​ແມ່ນ​ບັນດາ​ຂົງ​ເຂດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ. ສ້າງ​ຍຸດ​ທະ​ສາດ​ວາງ​ແຜນ​ກຳນົດຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເງື່ອນ​ໄຂ​ໃໝ່, ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ, ​ເຊື່ອມ​ໂຍງ ​ແລະ ການ​ແກ່ງ​ແຍ້​ງ ຫາກ​ບໍ່​ແມ່ນ​​ແຜນ​ການຄື​​ກ່ອນນີ້. ​ເຊື່ອມ​ໂຍງ​ແລ້ວ​ກໍ່ຕ້ອງ​ແກ່ງ​ແຍ້ງ, ທັງ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ພາຍ​ໃນ​ເພື່ອ​ທົດແທນ​ການນຳ​ເຂົ້າ, ທັງ​ຕ້ອງຄິດ​ໄລ​ເຖິງ​ການ​ສົ່ງ​ອອກ”