WHO ກ່າວເຕືອນ ເອີລົບ ສັກວັກຊິນ ແລະ ໃຊ້ຜ້າອັດປາກ - ອັດດັງຄືນໃໝ່

Chia sẻ
(VOVWORLD) -ບັນດາປະເທດຄວນຍູ້ໄວບັ້ນສັກວັກຊິນ ແລະ ຈັດວາງມາດຕະການປ້ອງກັນ, ສະກັດກັນຄື ໃຊ້ຜ້າອັດປາກ - ອັດດັງ ເພື່ອຫຼີກລ້ຽງເລື່ອງຕ້ອງຜັນຂະຫຍາຍມາດຕະການຢ່າງເຄັ່ງຄັດກວ່າ ເມື່ອລະດູໃບໄມ້ຫຼົ່ນ ແລະ ລະດູໜາວໃກ້ຈະມາຮອດ.
WHO ກ່າວເຕືອນ ເອີລົບ ສັກວັກຊິນ ແລະ ໃຊ້ຜ້າອັດປາກ - ອັດດັງຄືນໃໝ່ - ảnh 1ທ່ານຫົວໜ້າອົງການອະນາໄມໂລກ (WHO) ປະຈຳ ເອີລົບ Hans Kluge
(ພາບ: ICN)

ໃນສະພາບໄວຣັດແຊງຂອງ Omicron ພວມເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ -19 ຢູ່ ເອີລົບ ເພີ່ມຂຶ້ນ, ບັນດາປະເທດຄວນຍູ້ໄວບັ້ນສັກວັກຊິນ ແລະ ຈັດວາງມາດຕະການປ້ອງກັນ, ສະກັດກັນຄື ໃຊ້ຜ້າອັດປາກ - ອັດດັງ ເພື່ອຫຼີກລ້ຽງເລື່ອງຕ້ອງຜັນຂະຫຍາຍມາດຕະການຢ່າງເຄັ່ງຄັດກວ່າ ເມື່ອລະດູໃບໄມ້ຫຼົ່ນ ແລະ ລະດູໜາວໃກ້ຈະມາຮອດ. ນີ້ແມ່ນຂໍ້ສັງເກດເຊິ່ງທ່ານຫົວໜ້າອົງການອະນາໄມໂລກ (WHO) ປະຈຳ ເອີລົບ Hans Kluge ຍົກອອກມາທີ່ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ອັງກິດ Reuters ຫວ່າງມໍ່ໆມານີ້.

        ຕາມທ່ານ  Hans Kluge ແລ້ວ, ໃນອາທິດຜ່ານມາ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກເກືອບ 3 ລ້ານຄົນຢູ່ ເອີລົບ ກວມເອົາເກືອບ 50% ໃນຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ທົ່ວໂລກ. ອັດຕາຜູ້ເຂົ້າໂຮງໝໍໄດ້ເພີ່ມຂຶ້ນທົບ 2 ເທົ່າໃນໄລຍະດຽວກັນ ແລະ ມີຜູ້ເສຍຊີວິດແມ່ນເກືອບ 3.000/ອາທິດ.

        ເຈົ້າໜ້າທີ່ WHO ຮຽກຮ້ອງໃຫ້ບັນດາປະເທດມີການກະທຳໂດຍທັນທີ ເພື່ອຫຼີກການຮັບມືເກີນຄວາມສາມາດ ຂະແໜງການແພດຕໍ່ໜ້າການແຜ່ລະບາດຂອງ BA.5 ໄວຣັດແຊງຂອງ Omicron. 

ກ່ຽວກັບສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ: ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ວັນທີ 20 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ຶ້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.161 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.072 ຄົນ, ບໍ່ມີຜູ້ເສຍຊີວິດ. ຈຳນວນວັກຊິນໄດ້ສັກທັງໝົດຢູ່ພາຍໃນປະເທດແມ່ນ 240.469.740 ໂດສ.

ຕອບກັບ