WB ຄາດ​ຄະ​ເນ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວ

Chia sẻ
(VOVWORLD) -ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່. 
WB ຄາດ​ຄະ​ເນ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວ - ảnh 1

ທ່ານ Ousman Dione ຜູ້ອຳນວຍການ WB ປະຈຳຫວຽດນາມ (ພາບ:TTXVN)

ຕາມແຫຼ່ງຂ່າວຈາກທະນາຄານໂລກ (WB) ຢູ່ ຫວຽດນາມ, ຕໍ່ໜ້າສະພາບການໂລກລະບາດ Covid – 19, ຫວຽດນາມໄດ້ມີບັນດາການກະທຳຕ້ານໂລກລະບາດຢ່າງໄວວາ ແລະ ຂ້ຽວຂາດໃນໄຕມາດ 1 ປີ 2020, ພ້ອມທັງ, ປະຕິບັດການແຍກຫ່າງໃນສັງຄົມໃນທົ່ວປະເທດຢ່າງເຂັ້ມງວດໃນເດືອນເມສາ ດັ່ງນັ້ນຈຶ່ງກໍ່ຜົນກະທົບ, ຜົນສະທ້ອນເຖິງພື້ນຖານເສດຖະກິດ, ເຮັດໃຫ້ດັດຊະນີເສດຖະກິດຫຼັກແຫຼ່ງຫຼຸດລົງເກືອບໝົດຄື ການດຳເນີນທຸລະກິດຂາຍຍ່ອຍ, ການສົ່ງອອກ - ນຳເຂົ້າສິນຄ້າ ແລະ ບັນດາການເຄື່ອນໄຫວການບໍລິການ…ເຖິງຢ່າງໃດກໍ່ຕາມ, ບັນດານັກລົງທຶນຕ່າງປະເທດຍັງຄົງສືບຕໍ່ສົນໃຈເຖິງຕະຫຼາດ ຫວຽດນາມ. ຫຼັກຖານແມ່ນ ໃນເດືອນເມສາສາມາດດຶງດູດທຶນຈົດທະບຽນລົງທຶນໄດ້ 12 ຕື້ USD.

        ນອກຈາກນັ້ນ, ລັດຖະບານ ຫວຽດນາມກໍ່ຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່. ນັ້ນແມ່ນບັນດາສັນຍານເພື່ອຄາດຄະເນວ່າເສດຖະກິດ ຫວຽດນາມອາດຈະຟື້ນຕົວຄືນໃໝ່ໂດຍໄວໃນໄລຍະຈະມາເຖິງ.

ຕອບກັບ