VOV5 ສະເຫຼີມສະຫຼອງ 73 ປີ ແຫ່ງວັນອອກອາກາດລາຍການກະຈາຍສຽງ ພາສາຕ່າງປະເທດຄັ້ງທໍາອິດ

Chia sẻ

(VOVWORLD) -ວັນທີ 29 ສິງຫາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ສັງກັດ ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຈັດຕັ້ງງານສະເຫຼີມສະຫຼອງ 73 ປີ ແຫ່ງວັນອອກອາກາດລາຍການກະຈາຍສຽງພາສາຕ່າງປະເທດ ຄັ້ງທໍາອິດ ແລະ 20 ປີ ແຫ່ງວັນອອກອາກາດ ຊ່ອງ FM 105.5 MHZ ສະຫງວນໃຫ້ແກ່ຜູ້ຟັງ ຊາວຕ່າງປະເທດພວມເຮັດວຽກ ແລະ ດໍາລົງຊີວິດຢູ່ຫວຽດນາມ.

VOV5 ສະເຫຼີມສະຫຼອງ 73 ປີ ແຫ່ງວັນອອກອາກາດລາຍການກະຈາຍສຽງ ພາສາຕ່າງປະເທດຄັ້ງທໍາອິດ - ảnh 1 ທ່ານ ຫງວຽນຕ໋ຽນລອງ, ຫົວໜ້າ ພະແນກກະຈາຍສຽງພາກບັນດາພາສາຕ່າງປະເທດກ່າວຄໍາເຫັນທີ່ພິທີ

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນຕ໋ຽນລອງ, ຫົວໜ້າ ພະແນກກະຈາຍສຽງພາກບັນດາພາສາຕ່າງປະເທດ, ໄດ້ເນັ້ນໜັກເຖິງວັນທີ7 ກັນຍາ ແມ່ນວັນທີ່ມີຄວາມໝາຍພິເສດສໍາລັບວິທະຍຸກະຈາຍສຽງຫວຽດນາມເວົ້າລວມ ແລະ VOV5 ເວົ້າສະເພາະ. 73 ປີກອ່ນນີ້, ກົງກັບວັນທີ 7 ກັນຍາ 1945, ວິທະຍຸກະຈາຍສຽງຫວຽດນາມໄດ້ອອກອາກາດລາຍການທໍາອິດ ແລະ VOV5 ກໍໄດ້ອອກອາກາດລາຍການກະຈາຍສຽງເປັນພາສາອັງກິດ, ຈີນ ແລະ ຝລັ່ງ.

        ປັດຈຸບັນ, VOV5 ໃຫ້ອອກອາກາດ 12 ລາຍການກະຈາຍສຽງ ເປັນ 12 ພາສາຄື: ອັງກິດ,ຝລັ່ງ, ລັດເຊຍ, ແອັດສະປາຍ, ຈີນ, ເຢຍລະມັນ, ລາວ, ໄທ, ກໍາປູເຈຍ, ອິນໂດເນເຊຍ ແລະ ພາສາຫວຽດ ສະຫງວນສະເພາະໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ວັນທີ 7 ກັນຍາຈະມາເຖິງນີ້, VOV5 ຈະອອກອາກາດລາຍການກະຈາຍສຽງເປັນພາສາເກົາຫຼີ ອີກດ້ວຍ.

        ໂດຍເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານ ຫວູຫາຍ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ກໍ່ໄດ້ອວຍພອນ VOV5 ຈົ່ງມີບັນດາບາດກ້າວພັດທະນາຢ່າງແຂງແຮງ ແລະ ປະສົບຜົນສໍາເລັດຫຼາຍຢ່າງໃນໄລຍະຈະມາເຖິງ.

ຕອບກັບ