VinFast ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຈຳ​ໜ່າຍ​ລົດ​ໄຟ​ຟ້າ​ສະ​ບັບ​ທຳ​ອິດ​ຢູ່ ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ

Chia sẻ
(VOVWORLD) - Jospong ຈະຈຳໜ່າຍລົດໂອໂຕໄຟຟ້າ, ລົກຈັກໄຟຟ້າ, ລົດຖີບໄຟຟ້າ ແລະ ລົດບັດໄຟຟ້າຂອງ VinFast ຢູ່ຕະຫຼາດ Ghana ແລະ ອາຟະລິກາຕາເວັນຕົກ ເວົ້າລວມ.
VinFast ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຈຳ​ໜ່າຍ​ລົດ​ໄຟ​ຟ້າ​ສະ​ບັບ​ທຳ​ອິດ​ຢູ່ ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ - ảnh 1ລົດໄຟຟ້າ VF 8 ຂອງ VinFast  (ພາບ: BNEWS/TTXVN)

ຕາມແຈ້ງການວັນທີ 15 ມີນາ ຂອງ VinFast Auto ແລ້ວ, ຫົວໜ່ວຍດັ່ງກ່າວໄດ້ລົງນາມໃນຂໍ້ຕົກລົງກັບ Jospong Group of Companies, ເຊິ່ງເປັນກຸ່ມບໍລິສັດຫຼາຍຂະແໜງແຖວໜ້າ Ghana, ເພື່ອຈຳໜ່າຍລົດໄຟຟ້າຢູ່ຕະຫຼາດນີ້ ແລະ ພາກພື້ນອາຟະລິກາຕາເວັນຕົກ. ຕາມນັ້ນແລ້ວ, Jospong ຈະຈຳໜ່າຍລົດໂອໂຕໄຟຟ້າ, ລົກຈັກໄຟຟ້າ, ລົດຖີບໄຟຟ້າ ແລະ ລົດບັດໄຟຟ້າຂອງ VinFast ຢູ່ຕະຫຼາດ Ghana ແລະ ອາຟະລິກາຕາເວັນຕົກ ເວົ້າລວມ.  Jospong ກໍມີແຜນການຜັນຂະຫຍາຍພື້ນຖານໂຄງລ່າງສາກລົດປະຈຳທາງໃນທົ່ວປະເທດ ເພື່ອຊຸກຍູ້ການພັດທະນາຂອງລົດໄຟຟ້າຢູ່ທີ່ນີ້.

        ຕາມ VinFast, ຕະຫຼາດລົດໄຟຟ້າ Ghana ແລະ ອາຟະລິກາຕາເວັນຕົກ ມີກຳລັງບົ່ມຊ້ອນພັດທະນາດ້ວຍຄວາມສາມາດບົ່ມຊ້ອນສູງ ແລະ ຄວາມແກ້ງແຍ້ງໜ້ອຍ.

        ນອກຈາກນັ້ນແລ້ວ, Vingroup ເຊິ່ງເປັນບໍລິສັດແມ່ຂອງ VinFast ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MoU) ກັບ Jospong ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືບຸລິມະສິດ.

ຕອບກັບ