Vinfast ປະ​ກາດ​ຍຸດ​ທະ​ສາດ​ຫັນ​ໄປຜະ​ລິດ ລົດ​ໄຟ​ຟ້າ ນັບ​ແຕ່​ທ້າຍ​ປີ 2022

Chia sẻ
(VOVWORLD) -Vinfast ໄດ້ປະກາດຈະຢຸດຕິການຜະລິດລົດກິນນ້ຳມັນ, ຫັນໄປ ຜະລິດລົດໄຟຟ້ານັບແຕ່ທ້າຍປີ 2022, ພ້ອມທັງເປີດຕົວຜະລິດຕະພັນລົດໄຟຟ້າ ຄົບ 5 ປະເພດຄື A- B –C-D-E ແລະ ປະກາດລາຄາລົດໄຟຟ້າ VF8 ແລະ VF9
Vinfast ປະ​ກາດ​ຍຸດ​ທະ​ສາດ​ຫັນ​ໄປຜະ​ລິດ ລົດ​ໄຟ​ຟ້າ ນັບ​ແຕ່​ທ້າຍ​ປີ 2022 - ảnh 1ລົດໄຟຟ້າ ລຸ້ນ VF5 (ພາບ: vov.vn)

ວັນທີ 6 ມັງກອນ, ຢູ່ງານວາງສະແດງ ເຄື່ອງໄຟຟ້າເອເລັກໂຕນິກ CES 2022 ຢູ່ Las Vegas ອາເມລິກາ, Vinfast ໄດ້ປະກາດຈະຢຸດຕິການຜະລິດລົດກິນນ້ຳມັນ, ຫັນໄປ ຜະລິດລົດໄຟຟ້ານັບແຕ່ທ້າຍປີ 2022, ພ້ອມທັງເປີດຕົວຜະລິດຕະພັນລົດໄຟຟ້າ ຄົບ 5 ປະເພດຄື A- B –C-D-E ແລະ ປະກາດລາຄາລົດໄຟຟ້າ VF8 ແລະ VF9

ພ້ອມກັບແຜນການກາຍເປັນບໍລິສັດຜະລິດລົດໄຟຟ້າ, VinFast ກໍ່ປະກາດລົດໄຟຟ້າລຸ້ນ SUV ຢ່າງເປັນທາງການ. ໃນນັ້ນມີ 3 ແບບໄດ້ເປີດຕົວຄັ້ງທຳອິດປະເພດ A-B-C ນັ້ນແມ່ນລຸ້ນ VF5 (ປະເພດ A), ລຸ້ນ VF6 (ປະເພດ B), ລຸ້ນ VF7 (ປະເພດ C). ສ່ວນ 2 ແບບທີ່ຍັງເຫຼືອແມ່ນປະເພດ D ແລະ E.

ຕອບກັບ