UNICEF ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ

Chia sẻ
(VOVWORLD) - UNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ. 
UNICEF ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ - ảnh 1 ພາບປະກອບ/nhandan.com.vn

  ວັນທີ 22 ຕຸລາ, ຕາມຂໍ້ມູນຂ່າວຈາກກອງທຶນເພື່ອເດັກນ້ອຍຂອງອົງການສະຫະປະຊາຊາດ (UNICEF) ໃຫ້ຮູ້ວ່າ: ໄພນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນໃນເນື້ອທີ່ກ້ວາງຢູ່ 5 ແຂວງພາກກາງ ຫວຽດນາມ ໄດ້ເຮັດໃຫ້ເດັກນ້ອຍກ່ວາ 1,5 ລ້ານຄົນມີຄວາມສ່ຽງເປັນພະຍາດ, ຂາດສານອາຫານ ແລະ ພັດທະນາຊ້າ. ຢ່າງໜ້ອຍສຸດມີ 135.000 ຄອບຄົວຖືກຜົນສະທ້ອນໂດຍກົງຢູ່ບາງຕາແສງທີ່ມີລະດັບນ້ຳຖ້ວມສູງເຖິງ 2 ແມັດ ແລະ ກ່ວາ 500.000 ຄົນບໍ່ມີນ້ຳສະອາດໃຊ້.

        ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: UNICEF ໄດ້ຈັດແບ່ງງົບປະມານ 100.000 USD ເພື່ອໜູນຊ່ວຍສຸກເສີນກ່ຽວກັບນ້ຳສະອາດ, ຮັກສາອະນາໄມສ່ວນຕົວ, ຮັກສາອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພສະນາການ ແລະ ການສຶກສາ, ກໍ່ຄືໜູນຊ່ວຍຈິດຕະວິທະຍາທາງສັງຄົມ ແລະ ປົກປ້ອງເດັກ. ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຄວນຮີບເຮັ່ງແກ້ໄຂບັນດາຄວາມສ່ຽງກ່ຽວກັບສຸຂະພາບ ແລະ ສ້າງເງື່ອນໄຂເພື່ອໃຫ້ເດັກສືບຕໍ່ຮ່ຳຮຽນ.

ຕອບກັບ