RCEP ຈະຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟິກ

Chia sẻ
(VOVWORLD) - ບັນດາສຳນັກຂ່າວສານ ແລະ ໜັງສືພິມທີ່ມີຊື່ສຽງຂອງ ເຢຍລະມັນ ກໍ່ໃຫ້ຂ່າວກ່ຽວກັບເລື່ອງເຊັນສັນຍາ RCEP, ໃນນັ້ນ ໃຫ້ຂໍ້ສັງເກດວ່າ ສັນຍາການຄ້າສະບັບດັ່ງກ່າວ ຈະຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຕ້ານຄືນບັນດາທ່າອ່ຽງອາລັກຂາ.
RCEP ຈະຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟິກ - ảnh 1ພິທີເຊັນສັນຍາ RCEP (ພາບ: TTXVN)

  ພາຍຫລັງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢູ່ ຮ່າໂນ້ຍ ໃນວັນທີ 15 ພະຈິກ ຜ່ານມາ, ທ່ານ Jurgen Hardt ໂຄສົກນະໂຍບາຍການພົວພັນຕ່າງປະເທດຂອງພັກພັນທະມິດປະຊາທິປະໄຕ/ສັງຄົມສາສະໜາຄິຼດ (CDU/CSU) ຢູ່ສະພາແຫ່ງຊາດ ເຢຍລະມັນ ໄດ້ອອກບົດແຈ້ງຂ່າວ ໃນນັ້ນ ກ່າວເຕືອນສະຫະພາບ ເອີຣົບ (ອີຢູ) ຄວນຊຸກຍູ້ບັນດາຂໍ້ຕົກລົງການຄ້າເສລີສະເພາະໂດຍໄວ, ຍ້ອນ RCEP ແມ່ນສຽງລະຄັງປຸກສະຕິສຳລັບ ອີຢູ.

        ໃນບົດແຈ້ງຂ່າວ, ທ່ານ Hardt ໄດ້ເນັ້ນໜັກວ່າ ເລື່ອງສ້າງ RCEP ຢູ່ອາຊີ ໃຫ້ສຳເລັດນັ້ນ ໄດ້ສ້າງສູນສິດອຳນາດດ້ານການຄ້າໃໝ່ ເຊິ່ງບໍ່ມີການເຂົ້າຮ່ວມຂອງ ເອີຣົບ ແລະ ອາເມລິກາ. ຕາມທ່ານແລ້ວ, ອີຢູ ບໍ່ອາດສືບຕໍ່ໂຈະບັນດາການເຈລະຈາດ້ານການຄ້າເສລີຕື່ມອີກ, ຍ້ອນວ່າ ບັນດາປະເທດອື່ນ ອາດວາງອອກບັນດາມາດຕະຖານ ແລະ ເອີຣົບ ຈະຕົກຢູ່ໃນທ່າຖອຍຫລັງ.

        ໃນຂະນະນັ້ນ, ບັນດາສຳນັກຂ່າວສານ ແລະ ໜັງສືພິມທີ່ມີຊື່ສຽງຂອງ ເຢຍລະມັນ ກໍ່ໃຫ້ຂ່າວກ່ຽວກັບເລື່ອງເຊັນສັນຍາ RCEP, ໃນນັ້ນ ໃຫ້ຂໍ້ສັງເກດວ່າ ສັນຍາການຄ້າສະບັບດັ່ງກ່າວ ຈະຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ຕ້ານຄືນບັນດາທ່າອ່ຽງອາລັກຂາ.

ຕອບກັບ