NATO ແລະ ອາເມລິກາ ຕຳໜິຕິຕຽນ ລັດເຊຍ ຖອນຕົວອອກຈາກສົນທິສັນຍາຄວບຄຸມອາວິດ ເອີຣົບ

Chia sẻ
(VOVWORLD) - ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຖືວ່າ ເລື່ອງ ລັດເຊຍ ຖອນຕົວອອກຈາກ CFE ເຮັດໃຫ້ ອາເມລິກາ ຈຳເປັນຕ້ອງຮັບມື, ຍ້ອນ ລັດເຊຍ ແມ່ນກຳລັງປະກອບອາວຸດໃຫຍ່ສຸດເອີົຣົບ.
NATO ແລະ ອາເມລິກາ ຕຳໜິຕິຕຽນ ລັດເຊຍ ຖອນຕົວອອກຈາກສົນທິສັນຍາຄວບຄຸມອາວິດ ເອີຣົບ - ảnh 1ທ່ານປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Jake Sullivan (ພາບ: AFP/TTXVN)

ວັນທີ 07 ພະຈິກ, ລັດເຊຍ ໄດ້ອອກຖະແຫຼງການຖອນຕົວອອກຈາກສົນທິສັນຍາ ກ່ຽວກັບບັນດາກຳລັງປະກອບອາວຸດທົ່ວໄປຢູ່ເອີຣົບ (CFE) ຢ່າງເປັນທາງການ ເຊິ່ງ ລັດເຊຍ ແລະ ບັນດາປະເທດສະມາຊິກອົງການສົນທິສັນຍາ Warszawa ໄດ້ລົງນາມເມື່ອປີ 1990, ລວມທັງ ລັດເຊຍ ໃນຄາວນັ້ນ.  ຝ່າຍ ລັດເຊຍ ຖືວ່າ ສົນທິສັນຍາດັ່ງກ່າວ ແມ່ນບໍ່ແທດເໝາະກັບສະພາບການຕົວຈິງ ແລະ ລັດເຊຍ ບໍ່ສາມາດເຈລະຈາກັບຝ່າຍຕາເວັນຕົກກ່ຽວກັບຂໍ້ຕົກລົງນີ້.

ພາຍຫຼັງການກະທຳດັ່ງກ່າວຂອງ ລັດເຊຍ, ໃນວັນດຽວກັນ, ອາເມລິກາ  ແລະ ບັນດາປະເທດສຳພັນທະມິດ NATO ໄດ້ຕົກລົງໂຈະການປະຕິບັດບັນດາພັນທະຕາມສົນທິສັນຍາສະບັບດັ່ງກ່າວໄວ້ຊົ່ວຄາວ ນັບແຕ່ວັນທີ 07 ທັນວາ ເປັນຕົ້ນໄປ. ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຖືວ່າ ເລື່ອງ ລັດເຊຍ ຖອນຕົວອອກຈາກ CFE ເຮັດໃຫ້ ອາເມລິກາ ຈຳເປັນຕ້ອງຮັບມື, ຍ້ອນ ລັດເຊຍ ແມ່ນກຳລັງປະກອບອາວຸດໃຫຍ່ສຸດເອີົຣົບ. ໃນຖະແຫຼງການສະບັບອອກໃນວັນດຽວກັນ, NATO ກໍໄດ້ຕຳໜິຕິຕຽນການຕັດສິນຂອງ ລັດເຊຍ ແລະ ຖືວ່າ ການກະທຳດັ່ງກ່າວ ແມ່ນໜຶ່ງໃນບັນດາການກະທຳເຮັດໃຫ້ຄວາມໝັ້ນຄົງ ເອີຣົບ - ມະຫາສະໝຸດ ອັດລັງຕິກ ຊຸດໂຊມລົງ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ