NATO ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ການ​ຊ້ອມ​ຮົບ​ນິວ​ເຄຼຍ Steadfast Noon

Chia sẻ
(VOVWORLD) -ໃນເຫດການນີ້, ມີເຮືອບິນປະມານ 60 ລຳຂອງ 14 ປະເທດ ສະມາຊິກ NATO ຈະບິນຂຶ້ນເຂດນ່ານຟ້າຂອງ ແບນຊິກ, ອັງກິດ ແລະ ທະເລເໜືອ ເພື່ອແນໃສ່ຝຶກຊ້ອມໜ້າທີ່ບຸກໂຈມຕີນິວເຄຼຍ, ນຳໃຊ້ລູກລະເບີດນິວເຄຼຍຂອງ ອາເມລິກາ ທີ່ຈັດຢູ່ ເອີຣົບ.
NATO ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ການ​ຊ້ອມ​ຮົບ​ນິວ​ເຄຼຍ Steadfast Noon - ảnh 1ການຊ້ອມຮົບນິວເຄຼຍ “Steadfast Noon” ຈະເລີ່ມດຳເນີນແຕ່ວັນທີ 17 ຕຸລາ ເປັນຕົ້ນໄປ (ພາບ: TTXVN)

ວັນທີ 14 ຕຸລາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ແຈ້ງໃຫ້ຊາບວ່າ ການຊ້ອມຮົບນິວເຄຼຍປະຈຳປີທີ່ມີຊື່ວ່າ “Steadfast Noon” ຈະເລີ່ມດຳເນີນແຕ່ວັນທີ 17 ຕຸລາ ເປັນຕົ້ນໄປ. ໃນເຫດການນີ້, ມີເຮືອບິນປະມານ 60 ລຳຂອງ 14 ປະເທດ ສະມາຊິກ NATO ຈະບິນຂຶ້ນເຂດນ່ານຟ້າຂອງ ແບນຊິກ, ອັງກິດ ແລະ ທະເລເໜືອ ເພື່ອແນໃສ່ຝຶກຊ້ອມໜ້າທີ່ບຸກໂຈມຕີນິວເຄຼຍ, ນຳໃຊ້ລູກລະເບີດນິວເຄຼຍຂອງ ອາເມລິກາ ທີ່ຈັດຢູ່ ເອີຣົບ. ນີ້ແມ່ນເຮືອບິນສູ້ຮົບລຳຕ່າງໆທັນສະໄໝທີ່ສຸດໃນໂລກປັດຈຸບັນ, ມີທັງເຮືອບິນຖີ້ມລະເບີດໄລຍະໄກ B-52 ຂອງ ອາເມລິກາ.

        ຖະແຫຼງການຂອງ NATO ຊີ້ແຈ້ງວ່າ ການຊ້ອມຮົບດັ່ງກ່າວ ຈະແກ່ຍາວໄປຮອດວັນທີ 30 ຕຸລາ ຈຶ່ງອັດລົງ, ເຊິ່ງເປັນເຫດການທີ່ໄດ້ຈັດຂຶ້ນເປັນປະຈຳ, ແມ່ນການຝຶກຊ້ອມປະຈຳໄລຍະ. ພ້ອມດຽວກັນນັ້ນ NATO ກໍເນັ້ນໜັກວ່າ ການຊ້ອມຮົບນີ້ ແມ່ນການສົມມຸດຖານ, ບໍ່ນຳໃຊ້ລູກລະເບີດ ແລະ ລູກປືນແທ້. ຕາມທ່ານ Oana Lungescu ໂຄສົກຂອງ NATO ແລ້ວ, “ການຊ້ອມຮົບຄັ້ງນີ້ ຊ່ວຍຮັບປະກັນວ່າ ກຳລັງຄວາມສາມາດນາບຂູ່ດ້ານນິວເຄຼຍຂອງ ອົງການຍັງປອດໄພ, ຮັບປະກັນ ແລະ ມີປະສິດທິຜົນ.

 


ຕອບກັບ