ສຳນັກງານກອງທຶນເງິນຕາສາກົນ ຢູ່ ອາເມລິກາ (ພາບ: THX/TTXVN)
|
ກ່າວຄຳເຫັນທີ່ການຖະແຫຼງຂ່າວທີ່ດຳເນີນກ່ອນການຈັດກອງປະຊຸມລັດຖະມົນຕີກະຊວງການເງິນ G20 ຢູ່ ວໍຊິງຕັນ (ອາເມລິກາ), ທ່ານນາງ Kristalina Georgieva ເນັ້ນໜັກວ່າ ປັດຈຸບັນ ແມ່ນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ສະພາບການຕົວຈິງຮຽກຮ້ອງໃຫ້ບັນດາປະເທດ “ຕ້ອງຮ່ວມມືກັນ ແລະ ຈະສືບຕໍ່ຮ່ວມມືກັນ”. ຕາມທ່ານນາງແລ້ວ, ບໍ່ມີພື້ນຖານເສດຖະກິດໃດສາມາດແກ້ໄຂຄວາມຫຍຸ້ງຍາກໃນປັດຈຸບັນດ້ວຍຕົນເອງໄດ້, ລະອຽດແມ່ນສະພາບລະບົບຕອບສະໜອງຖືກຕັດຕອນ ຍ້ອນຄວາມຕ້ອງການເພີ່ມຂຶ້ນສູງໃນວິວັດທະນາການຟື້ນຟູຫຼັງໂລກລະບາດໂຄວິດ - 19, ການປັບໄໝລົງໂທດ ແລະ ໂຕ້ຕອບລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ແລະ ໄພເງິນເຟີ້ເພີ່ມຂຶ້ນສູງ.