G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ແຜນ​ການ​ຫັນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ​ເປັນຫຼາຍ​ຮູບຫຼາຍ​ແບບ

Chia sẻ
(VOVWORLD) - ໃນຮ່າງຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມ ມີຕອນຂຽນວ່າ: ການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ສາມາດປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຊ່ວຍໃຫ້ພວກເຮົາຮັກສາເສດຖະກິດມະຫາພາກເປັນປົກກະຕິ. 
G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ແຜນ​ການ​ຫັນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ​ເປັນຫຼາຍ​ຮູບຫຼາຍ​ແບບ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ (ພາບ: Kyodo/TTXVN)

ບັນດາລັດຖະມົນຕີກະຊວງການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເຫັນດີເປັນເອກະພາບເລີ່ມປະຕິບັດແຜນການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ໃນທ້າຍປີນີ້ ເພື່ອແນໃສ່ປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ. ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ G7 ຖືກໄຂຂຶ້ນໃນວັນທີ 11 ພຶດສະພາ ຢູ່ນະຄອນ Niigata, ຍີ່ປຸ່ນ. ລັດຖະມົນຕີບັນດາປະເທດ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງພິທີອັດກອງປະຊຸມ ໃນວັນທີ 13 ພຶດສະພາ.

ຕາມແຜນການແລ້ວ, ບັນດາພື້ນຖານເສດຖະກິດ G7 ຈະສະໜອງບ້ວງເງິນຊ່ວຍເຫຼືອໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ເພື່ອໃຫ້ບັນດາປະເທດເຫຼົ່ານັ້ນສາມາດມີບົດບາດທີ່ໃຫຍ່ຫຼວງກວ່າໃນລະບົບສະໜອງຜະລິດຕະພັນທີ່ກ່ຽວຂ້ອງເຖິງພະລັງງານ. ໃນຮ່າງຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມ ມີຕອນຂຽນວ່າ: ການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ສາມາດປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຊ່ວຍໃຫ້ພວກເຮົາຮັກສາເສດຖະກິດມະຫາພາກເປັນປົກກະຕິ. G7 ຈະເຮັດວຽກກັບບັນດາປະເທດທີ່ມີຄວາມສົນໃຈ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ດ້ວຍເປົ້າໝາຍ ເລີ່ມປະຕິບັດແຜນການນີ້ ຊ້າສຸດແມ່ນໃນທ້າຍປີນີ້.


ຕອບກັບ