G7 ບັນລຸບາດກ້າວໃນການນຳໃຊ້ຊັບສິນຖືກອາຍັດຂອງລັດເຊຍ

Chia sẻ
(VOVWORLD) - ກ່ອນໜ້ານັ້ນ, ທ່ານ Paolo Gentiloni, ກຳມະການຮັບຜິດຊອບເສດຖະກິດຂອງ ສະຫະພາບເອີລົບ (EU) ໄດ້ຕີລາຄາບັນດາການເຈລະຈາໃນຂອບເຂດກອງປະຊຸມ G7 ຢູ່ Stresa (ປະເທດ ອີຕາລີ), ອາດຈະພາໄປເຖິງຂໍ້ຕົກລົງໃນເດືອນ ມິຖຸນາ ຈະມາເຖິງກ່ຽວກັບການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍ ຢູແກຼນ.
G7 ບັນລຸບາດກ້າວໃນການນຳໃຊ້ຊັບສິນຖືກອາຍັດຂອງລັດເຊຍ - ảnh 1ສະກຸ່ນເງິນຂອງລັດເຊຍ
(ພາບປະກອບຈາກ AFP/TTXVN)

ວັນທີ 25 ພຶດສະພາ, ບັນດາລັດຖະມົນຕີການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໃຫ້ຮູ້ວ່າ: ບັນລຸໄດ້ບາດກ້າວໃນການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍຢູແກຼນ, ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ. ຮ່າງຖະແຫຼງການຂອງບັນດາລັດຖະມົນຕີການເງິນ G7 ໃຫ້ຮູ້ວ່າ: ເລື່ອງຫັນວິທີການ ແລະ ການປະຕິບັດສິ່ງດັ່ງກ່າວພວມຢູ່ໃນຂັ້ນຕອນປຶກສາຫາລືໃຫ້ເປັນລະອຽດ. ກ່ອນໜ້ານັ້ນ, ທ່ານ Paolo Gentiloni, ກຳມະການຮັບຜິດຊອບເສດຖະກິດຂອງ ສະຫະພາບເອີລົບ (EU) ໄດ້ຕີລາຄາບັນດາການເຈລະຈາໃນຂອບເຂດກອງປະຊຸມ G7 ຢູ່ Stresa (ປະເທດ ອີຕາລີ), ອາດຈະພາໄປເຖິງຂໍ້ຕົກລົງໃນເດືອນ ມິຖຸນາ ຈະມາເຖິງກ່ຽວກັບການນຳໃຊ້ຜົນກຳໄລຈາກຊັບສິນຖືກອາຍັດຂອງ ລັດເຊຍ ເພື່ອໜູນຊ່ວຍ ຢູແກຼນ.

ໃນຂະນະນັ້ນ, ລັດເຊຍ ຖະແຫຼງວ່າ, ຄຳຕັດສິນຂອງ ອີຢູ ກ່ຽວກັບການຢຶດເອົາຈຳນວນເງິນທີ່ໄດ້ຈາກຊັບສິນຖືກອາຍັດຂອງລັດເຊຍ ແລະ ນຳໃຊ້ເພື່ອໜູນຊ່ວຍດ້ານການທະຫານໃຫ້ແກ່ ກີແອບ ແມ່ນ “ການກະທຳຍາດຊີງຊັບ”, ລະເມີດບັນດາຫຼັກການ ແລະ ມາດຖານຂອງລະບົບເສດຖະກິດ ແລະ ການເງິນສາກົນ.

ຕອບກັບ