ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
(ພາບ: ຟ້າມວັນຖັງ/TTXVN)
|
(vovworld) – ພາຍຫຼັງປະຊຸມເປັນເວລາ 2 ວັນ (16 – 17/2), ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ໄດ້ຖືກອັດລົງຢູ່ນະຄອນ Bonn, ປະເທດ ເຢຍລະມັນ, ດ້ວຍຖະແຫຼງການຮ່ວມສະໜັບສະໜູນກົນໄກຮ່ວມມືຫຼາຍຝ່າຍ, ແກ້ໄຂທຸກໆສິ່ງທ້າທາຍທົ່ວໂລກ. ໃນການປະຊຸມຂ່າວຮ່ວມພາຍຫຼັງສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ Sigmar Gabriel, ໄດ້ຢືນຢັນວ່າ: G20 ພວມມີບົດບາດນັບມື້ນັບໃຫຍ່ຫຼວງໃນຄວາມມານະພະຍາຍາມລວມແກ້ໄຂບັນດາບັນຫາທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ການຂາດນ້ຳໃຊ້… ເຊິ່ງຕາມທ່ານແລ້ວ, ການຮ່ວມມືຫຼາຍຝ່າຍແມ່ນມາດຕະການໜຶ່ງດຽວສຳລັບບັນດາສິ່ງທ້າທາຍດັ່ງກ່າວ. ໃນຂອບເຂດກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດທີ່ຕາງໜ້າໃຫ້ບັນດາພື້ນຖານເສດຖະກິດໃຫຍ່ຂອງໂລກ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບໂຄງການພັດທະນາແບບຍືນຍົງປີ 2030, ພິຈາລະນາບັນດາມາດຕະການສະກັດກັ້ນການປະທະກັນ, ສ້າງສັນຕິພາບ ແລະ ເພີ່ມທະວີການຮ່ວມມືກັບ ອາບຟຣີກາ.
ຕາມທ່ານ ຫວູກວາງມີງ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ໄດ້ຢັ້ງຢືນແຜນນະໂຍບາຍພົວພັນຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ກໍ່ໄດ້ສະເໜີບັນດາປະເທດ G20 ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ, ພິເສດແມ່ນໃນຂົງເຂດພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຢີ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ. ດ້ວຍຖານະເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນໃນບັນດາການເຄື່ອນໄຫວ ແລະ ກອງປະຊຸມ G20 ປີນີ້. ບັນດາການປະກອບສ່ວນແທດຈິງ ແລະ ຕັ້ງໜ້າຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະເທດເຈົ້າພາບ ເຢຍລະມັນ ແລະ ບັນດາສະມາຊິກເຂົ້າຮ່ວມ G20.