Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022

ງອກແອັງ
Chia sẻ
(VOVWORLD) - ຫດການດັ່ງກ່າວມີຮ້ານວາງສະແດງສິນຄ້າ 220 ຮ້ານ, ໃນນັ້ນ ມີທັງຜະລິດຕະພັນຈາກໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງເມືອງຕ່າງໆໃນບໍລິເວນນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ...
Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 - ảnh 1ບັນດາຜູ້ແທນຢ໋ຽມຊົມຮ້ານວາງສະແດງສິນຄ້າ

Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 ຖືກດຳເນີນໃນເວລາ 3 ວັນແຕ່ວັນທີ 18 – 20 ມິຖຸນາ 2022, ຢູ່ສະໜາມກິລາ ເມືອງ ຟຸຊວຽນ, ນະຄອນ ຮ່າໂນ້ຍ. ເຫດການດັ່ງກ່າວມີຮ້ານວາງສະແດງສິນຄ້າ 220 ຮ້ານ, ໃນນັ້ນ ມີທັງຜະລິດຕະພັນຈາກໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງເມືອງຕ່າງໆໃນບໍລິເວນນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນອື່ນໆຄື: ລ້າງເຊີນ, ບັກຢາງ, ລາວກາຍ, ຖ໊າຍງວຽນ, ກວາງນິງ, ຮ່າໂນ້ຍ, ນາມດິ້ງ, ກວາງຈິ, ເລິມດົງ ເປັນຕົ້ນແມ່ນໝວດສິນຄ້າປະເພດເຄື່ອງເຟີລີເຈີ, ໝວດສິນຄ້າປະເພດເກີບ, ຖົງ, ກະເປົາໜັງ, ໝວດສິນຄ້າປະເພດເຄື່ອງຕັດຫຍິບ, ເຄື່ອງຈັກສານ, ເຄື່ອງກົນຈັກ, ອາຫານການກິນ, ຜັກພືດ, ໝາກໄມ້… ມີຜະລິດຕະພັນ ຫຼາຍຢ່າງທີ່ເປັນເອກະລັກສະເພາະ ແລະ ລະອຽດລະອໍ… ໄດ້ຮັບການຕີລາຄາສູງຈາກແຂກທ່ອງທ່ຽວ.

ຕອບກັບ