ຕາມແຈ້ງການຂອງສື່ສັງຄົມ Facebook ແລ້ວ, ຜູ້ທີ່ພວມນຳໃຊ້ບັນດາເຄື່ອງອຸປະກອນຂອງ Huawei ອາດສາມາດສືບຕໍ່ນຳໃຊ້ ແລະ ດາວໂຫຼດສະບັບອັບເດັດໃນໄລຍະຈະມາເຖິງ. ແຈ້ງການຂອງສື່ສັງຄົມ Facebook ກໍ່ຢືນຢັນວ່າ: ການກະທຳດັ່ງກ່າວ ໄດ້ຍົກອອກມາເພື່ອແນໃສ່ຕອບສະໜອງດຳລັດຂອງລັດຖະບານ, ໃນນັ້ນ ຫ້າມບັນດາບໍລິສັດເຕັກໂນໂລຊີ ອາເມລິກາ ຊື້ ຫຼື ນຳໃຊ້ເຄື່ອງອຸປະກອນຂອງຕ່າງປະເທດທີ່ “ອາດຈະກໍ່ຄວາມສ່ຽງໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ ຫຼື ຄວາມສະຫງົບປອດໄພຂອງຊາວ ອາເມລິກາ”.