EU ເຫັ​ນ​ດີ​ເປັ​ນ​ເອ​ກະ​ພາບບ້ວງ​ເງິນ​ອຸ​ປະ​ຖຳ​ ​ 50 ຕື້ ເອີ​ໂຣ ໃຫ້​ແກ່ ຢູ​ແກຼນ

Chia sẻ
(VOVWORLD) - ວັນທີ 1 ກຸມພາ, ທ່ານປະທານສະພາເອີລົບ (EC) Charles Michel ໃຫ້ຮູ້ວ່າ ສະຫະພາບ ເອີລົບ (EU) ໄດ້ເຫັນດີເປັນເອກະພາໜູນຊ່ວຍບ້ວງເງິນເປັນຈຳນວນ 50 ຕື້ ເອີໂຣ ໃຫ້ແກ່ ຢູແກຼນ. 
EU ເຫັ​ນ​ດີ​ເປັ​ນ​ເອ​ກະ​ພາບບ້ວງ​ເງິນ​ອຸ​ປະ​ຖຳ​ ​ 50 ຕື້ ເອີ​ໂຣ ໃຫ້​ແກ່ ຢູ​ແກຼນ - ảnh 1ນາຍທະຫານ ຢູແກຼນ (ພາບ: AFP/TTXVN)

ໃນສື່ສັງຄົມອອນໄລ X, ທ່ານ Charles Michel ຊີ້ແຈ້ງວ່າການນຳຂອງທັງໝົດ 27 ປະເທດສະມາຊິກ EU ໄດ້ເຫັນດີເປັນເອກະພາບຕໍ່ບ້ວງເງິນອຸປະຖຳ ດັ່ງກ່າວໃຫ້ແກ່ ຢູແກຼນ ໜູນຊ່ວຍຈາກງົບປະມານຂອງ EU. ຕາມທ່ານແລ້ວ, ສິ່ງນີ້ຊ່ວຍຮັບປະກັນແຫຼ່ງອຸປະຖຳທີ່ເປັນປົກກະຕິ ແລະ ຍາວນານໃຫ້ແກ່ຢູແກຼນ. ທ່ານ Charles Michel ເນັ້ນໜັກວ່າ EU ພວມດຳລົງບົດບາດຊີ້ນຳ ແລະ ສະແດງໃຫ້ເຫັນຄວາມຮັບຜິດຊອບໃນການໜູນຊ່ວຍ ຢູແກຼນ.

ສ່ວນທ່ານ Denys Shmyhal ນາຍົກລັດຖະມົນຕີ ຢູແກຼນ ໄດ້ສະແດງຄວາມຊົມເຊີຍຕໍ່ການຕົກລົງນີ້. ທ່ານ Denys Shmyhal ເນັ້ນໜັກວ່າ ອີກຄັ້ງໜຶ່ງ ບັນດາປະເທດ EU ໄດ້ສະແດງຄວາມສາມັກຄີກັບ ຢູແກຼນ.

ຕອບກັບ