EU ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັບບ້ວງ​ລົງ​ໂທດ​ຄັ້ງ​ທີ 7 ຕໍ່​ລັດ​ເຊຍ

Chia sẻ
(VOVWORLD) -ກ່ອນໜ້ານັ້ນ, ໃນບ້ວງລົງໂທດທີ 6 ຂອງ EU ຕໍ່ລັດເຊຍ ໄດ້ຮັບຮອງເອົາໃນເດືອນມິຖຸນາ, EU ຫ້າມນຳເຂົ້ານ້ຳມັນເກືອບທັງໝົດຂອງລັດເຊຍ.
EU ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັບບ້ວງ​ລົງ​ໂທດ​ຄັ້ງ​ທີ 7 ຕໍ່​ລັດ​ເຊຍ - ảnh 1ພາບປະກອບ: Tomasz Makowski/ Shutterstock

ວັນທີ 20 ກໍລະກົດ, ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU) ໄດ້ວາງອອກບ້ວງລົງໂທດທີ 7 ທີ່ເລັ່ງໃສ່ ລັດເຊຍ, ໃນນັ້ນໄດ້ຫາມນຳເຂົ້າຄຳຂອງປະເທດນີ້ ແລະ ອາຍັດຊັບສິນຂອງທະນາຄານ Sberbank ໃຫຍ່ທີ່ສຸດຢູ່ ລັດເຊຍ. ຄຳສັ່ງລົງໂທດມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 21 ກໍລະກົດເປັນຕົ້ນໄປ.

        ສ.ເຊັກໂກ ໂດຍແມ່ນປະເທດພວມດຳລົງຕຳແໜ່ງປະທານໝູນວຽນ EU ແລະ ເປັນປະທານກອງປະຊຸມບັນດານັກການທູດ EU ໃຫ້ຮູ້ວ່າ ນອກຈາກບັນດາມາດຕະການດັ່ງກ່າວ, EU ຍັງເພີ່ມເຕີມຫຼາຍສ່ວນບຸກຄົນ ແລະ ອັງການຂອງລັດເຊຍ ທີ່ກ່ຽວຂ້ອງເຖິງບັ້ນການທະຫານພິເສດຂອງ ລັດເຊຍຢູ່ ຢູແກຼນ ເຂົ້າບັນຊີດຳ.

        ກ່ອນໜ້ານັ້ນ, ໃນບ້ວງລົງໂທດທີ 6 ຂອງ EU ຕໍ່ລັດເຊຍ ໄດ້ຮັບຮອງເອົາໃນເດືອນມິຖຸນາ, EU ຫ້າມນຳເຂົ້ານ້ຳມັນເກືອບທັງໝົດຂອງລັດເຊຍ.

ຕອບກັບ