EU ຫ້າມ​ສິນ​ຄ້າ​ທີ່​​ຜະ​ລິດ​ດ້ວຍ​ແຮງ​ງານ​ຖືກບັງ​ຄັບ

Chia sẻ
(VOVWORLD) -   ການສືບສວນໃນເບື້ອງຕົ້ນຕ້ອງປະຕິບັດສຳເລັດພາຍໃນ 30 ວັນລັດຖະການ. ຖ້າຫາກວ່າ ມີຜະລິດຕະພັນໃດໜຶ່ງທີ່ຖືກຜະລິດດ້ວຍການນຳໃຊ້ແຮງງານແບບບັງຄັບ, ຜະລິດຕະພັນນັ້ນຈະບໍ່ສາມາດໄດ້ຂາຍຢູ່ຕະຫຼາດ ສະຫະພາບເອີຣົບ (EU).
EU ຫ້າມ​ສິນ​ຄ້າ​ທີ່​​ຜະ​ລິດ​ດ້ວຍ​ແຮງ​ງານ​ຖືກບັງ​ຄັບ - ảnh 1ທຸງ EU ຢູ່ ບຣຸກແຊນ, ປະເທດ ແບນຊິກ (ພາບ: AFP/TTXVN)

ວັນທີ 23 ເມສາ, ລັດຖະສະພາເອີຣົບ (EP) ໄດ້ໃຫ້ສັດຕະຍາບັນບັນດາຂໍ້ກຳນົດຫ້າມຂາຍ, ນຳເຂົ້າ ແລະ ສົ່ງອອກສິນຄ້າທີ່ຜະລິດດ້ວຍແຮງງານຖືກບັງຄັບ. ຕາມຂໍ້ກຳນົດໃໝ່ແລ້ວ, ອຳນາດການປົກຄອງແຫ່ງຊາດໃນກຸ່ມ 27 ປະເທດສະມາຊິກນີ້ ຫຼື ຄະນະກຳມະການເອີຣົບ (EC) ສາມາດສືບຕໍ່ສືບສວນບັນດາປະເພດສິນຄ້າ, ລະບົບສະໜອງ ແລະ ບໍລິສັດຜະລິດທີ່ໜ້າລະແວງສົງໄສ.

        ການສືບສວນໃນເບື້ອງຕົ້ນຕ້ອງປະຕິບັດສຳເລັດພາຍໃນ 30 ວັນລັດຖະການ. ຖ້າຫາກວ່າ ມີຜະລິດຕະພັນໃດໜຶ່ງທີ່ຖືກຜະລິດດ້ວຍການນຳໃຊ້ແຮງງານແບບບັງຄັບ, ຜະລິດຕະພັນນັ້ນຈະບໍ່ສາມາດໄດ້ຂາຍຢູ່ຕະຫຼາດ ສະຫະພາບເອີຣົບ (EU).

      EP ໄດ້ຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍຈຳນວນບັດສະໜັບສະໜູນສ່ວນຫຼາຍ 555 ບັດ ແລະ ບັດຄ້ານ 6 ບັດ ແລະ ບັດຂາວ 45 ບັດ. ເອກະສານສະບັບດັ່ງກ່າວ ຍັງຄົງໄດ້ຮັບການຮັບຮອງຈາກບັນດາປະເທດສະມາຊິກ ກ່ອນທີ່ຈະມີຜົນສັກສິດ. ບັນດາປະເທດ EU ຈະຕ້ອງປະຕິບັດກົດໝາຍສະບັບດັ່ງກ່າວໃນຮອບເວລາ 3 ປີ.


ຕອບກັບ