EU ຢັ້ງຢືນພະນັກງານການທູດທັງໝົດໄດ້ຍົກຍ້າຍອອກຈາກ Haiti

Chia sẻ
(VOVWORLD) -   ທ່ານໂຄສົກ Stano ເນັ້ນໜັກວ່າ: EU ພວມມີຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປຢູ່ Haiti ໃນຊຸມວັນມໍ່ໆມານີ້.
EU ຢັ້ງຢືນພະນັກງານການທູດທັງໝົດໄດ້ຍົກຍ້າຍອອກຈາກ Haiti  - ảnh 1ທະຫານ Haiti ຢູ່ບັນດາປ້ອມປ້ອງກັນ
(ພາບ: AA/TTXVN)

ວັນທີ 11 ມີນາ, ທ່ານ Peter Stano, ໂຄສົກຂອງຄະນະກຳມະການເອີລົບ ໃຫ້ຮູ້ວ່າ: ສະຫະພາບ ເອີລົບ (EU) ໄດ້ຍົກຍ້າຍພະນັກງານການທູດທັງໝົດອອກຈາກ Haiti ຍ້ອນສະພາວະສຸກເສີນທີ່ຮ້າຍແຮງ, ໃນຂະນະທີ່ບັນດາກຸ່ມຄົນບໍ່ດີປະກອບອາວຸດໄດ້ຄວບຄຸມສ່ວນໃຫຍ່ຂອງນະຄອນຫຼວງຂອງປະເທດນີ້.

        ທ່ານໂຄສົກ Stano ເນັ້ນໜັກວ່າ: EU ພວມມີຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການຜັນແປຢູ່ Haiti ໃນຊຸມວັນມໍ່ໆມານີ້. ທ່ານໄດ້ຊີ້ແຈ້ງ ເພື່ອຮັບມືກັບສະພາບຄວາມໝັ້ນຄົງນັບທີ່ມື້ນັບຮ້າຍແຮງ, EU ໄດ້ຕັດສິນໃຈຫລຸດຜ່ອນບັນດາການເຄື່ອນໄຫວໃນພື້ນທີ່ຕົວຈິງ ແລະ ຍົກຍ້າຍພາລະກອນຂອງຄະນະປະຕິບັດງານ EU ປະຈຳ ນະຄອນຫຼວງ Port – au – Prince ໄປຍັງສະຖານທີ່ປອດໄພກ່ວາຢູ່ນອກປະເທດນີ້. ບັນດາພາລະກອນທີ່ມີໜ້າທີ່ສຳຄັນໄດ້ສືບຕໍ່ເຮັດວຽກ ແຕ່ບໍ່ແມ່ນຢູ່ Haiti. ທ່ານໃຫ້ຮູ້ວ່າ EU ພວມຕີລາຄາສະພາບການ ແລະ ຈະດັດປັບວິທີການເຄື່ອນໄຫວເມື່ອສະພາບການດ້ານຄວາມໝັ້ນຄົງໄດ້ຮັບການປັບປຸງ.

          ກ່ອນໜ້ານັ້ນ, ອາເມລິກາ ກໍ່ໄດ້ຍົກຍ້າຍພາລະກອນສ່ວນໜຶ່ງຂອງສະຖານທູດ ອາເມລິກາ ປະຈຳ ນະຄອນຫຼວງ Port – au – Prince ກັບເມືອປະເທດ ແລະ ເພີ່ມເຕີມກຳລັງເພື່ອເພີ່ມທະວີຄວາມໝັ້ນຄົງໃຫ້ແກ່ອົງການນີ້.

ຕອບກັບ