EU ຕົກ​ລົງ​ເຫັນ​ດີ​ກ່ຽວ​ກັບຫຼັກ​ການ​ລົງ​ໂທດ​ຄັ້ງ​ທີ 13 ແນ​ໃສ່​ລັດ​ເຊຍ

Chia sẻ
(VOVWORLD) - ບ້ວງລົງໂທດໃໝ່ນີ້ ຈະແນໃສ່ເກືອບ 200 ອົງການ ແລະ ສ່ວນບຸກຄົນ ຂອງ ລັດເຊຍ ແຕ່ບໍ່ມີບັນດາມາດຕະການລົງໂທດຕາມຂົງເຂດໃໝ່.
EU ຕົກ​ລົງ​ເຫັນ​ດີ​ກ່ຽວ​ກັບຫຼັກ​ການ​ລົງ​ໂທດ​ຄັ້ງ​ທີ 13 ແນ​ໃສ່​ລັດ​ເຊຍ - ảnh 1(ພາບປະກອບ: Reuters)

ວັນທີ 21 ກຸມພາ, ແບນຊິກ, ປະເທດທີ່ພວມດຳລົງຕຳແໜ່ງເປັນປະທານໝູນວຽນ ສະຫະພາບເອີຣົບ (EU) ໃຫ້ຮູ້ວ່າ ກຸ່ມນີ້ ໄດ້ຕົກລົງເຫັນດີກ່ຽວກັບບ້ວງລົງໂທດທີ 13 ສຳລັບ ລັດເຊຍ ເຊິ່ງມີສ່ວນກ່ຽວຂ້ອງເຖິງບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ບ້ວງລົງໂທດໃໝ່ນີ້ ຈະແນໃສ່ເກືອບ 200 ອົງການ ແລະ ສ່ວນບຸກຄົນ ຂອງ ລັດເຊຍ ແຕ່ບໍ່ມີບັນດາມາດຕະການລົງໂທດຕາມຂົງເຂດໃໝ່. ຄາດວ່າ, ບ້ວງລົງໂທດໃໝ່ນີ້ ຈະໄດ້ຮັບການໃຫ້ສັດຕະຍາບັນໃນວັນທີ 24 ກຸມພາ ຈະມາເຖິງ, ເຊິ່ງເປັນຂີດໝາຍສິ້ນສຸດປີທີ 2  ທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ທ້າຍປີ 2023, EU ໄດ້ຮັບຮອງເອົາບ້ວງລົງໂທດທີ 12 ແນໃສ່ ລັດເຊຍ. ບ້ວງລົງໂທດດັ່ງກ່າວ ໄດ້ສຸມໃສ່ການຈັດວາງບັນດາຄຳສັ່ງຫ້າມນຳເຂົ້າເພັດທີ່ມີຕົ້ນກຳເນີດຈາກ ລັດເຊຍ, ກໍຄື ຈັດວາງຫຼາຍຄຳສັ່ງຫ້າມນຳເຂົ້າ ແລະ ສົ່ງອອກ ສຳລັບ ສິນຄ້າ ລັດເຊຍ ຕື່ມອີກ.


ຕອບກັບ