Costa Rica ຢາກເພີ່ມທະວີ ການພົວພັນມິດຕະພາບ ແລະ ຮ່ວມມືກັບຫວຽດນາມ
(vovworld)- ວັນທີ 2810, ທ່ານ Jose Enrique Catillo Barrantes, ລັດຖະມົນຕີການຕ່າງປະເທດ ແລະ ສາສະຫນາ Costa Rica ໄດ້ສີ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບ
ທ່ານ Jose Enrique Catillo Barrantes ລັດຖະມົນຕີ
ການຕ່າງປະເທດ ແລະ ສາສະຫນາ Costa Rica
ພາບ:baomoi.com
|
(vovworld)- ວັນທີ 2810, ທ່ານ Jose Enrique Catillo Barrantes, ລັດຖະມົນຕີການຕ່າງປະເທດ ແລະ ສາສະຫນາ Costa Rica ໄດ້ສີ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງທ່ານຟ້າມບິງມິງ ລັດຖະມົນຕີການຕ່າງປະເທດຫວຽດນາມ. ໃນການຢ້ຽມຢາມຫວຽດນາມ ແຕ່ວັນທີ 26-28/10/2013, ທ່ານລັດຖະມົນຕີ Jose Enrique Catillo Barrantes ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ; ໄປວາງພວງມາລາຢູ່ສຸສານປະທານໂຮ່ຈິມິນ ແລະ ອານຸສາວະລີບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ໄປຢ້ຽມຢາມມໍລະດົກທຳມະຊາດໂລກອ່າວຮ້າລອງ.
ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ທ່ານລັດຖະມົນຕີ Jose Enrique Catillo Barrantes ໄດ້ສະແດງຄວາມປາດຖະຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືກັບຫວຽດນາມ. ສ່ວນໃນການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດສອງທ່ານ, ທ່ານລັດຖະມົນຕີ Jose Enrique Catillo Barrantes ໄດ້ຢັ້ງຢືນແຜນນະໂຍບາຍຂອງລັດຖະບານ Costa Rica ໃນການພັດທະນາການພົວພັນຮ່ວມມືກັບອາຊີ-ປາຊີຝິກ, ໃນນັ້ນມີຫວຽດນາມ, ສຸມໃສ່ບັນດາຂົງເຂດຊື່ງສອງຝ່າຍມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຄື: ການຄ້າ, ກະສິກຳ, ທ່ອງທ່ຽວ, ວັດທະນະທຳ, ການສຶກສາ.. ທ່ານປາດຖະໜາວ່າຜ່ານຫວຽດນາມ ເພື່ອເພີ່ມທະວີການພົວພັນກັບພາກພື້ນອາຊີຕາເວັນອອກສຽງໃຕ້./.