BRICS ໃຫ້ຄຳໝັ້ນສັນຍາຊຸກຍູ້ການຫັນເປັນໂລກາພິວັດມຸ່ງໄປເຖິງການພັດທະນາທີ່ດຸ່ນດ່ຽງ, ສະເໝີພາບ ແລະ ມີຜົນປະໂຫຍດໃຫ້ທຸກຝ່າຍ

Chia sẻ
(VOVWORLD) - ຄັດຄ້ານລັດທິຝ່າຍດຽວ ແລະ ລັດທິອາລັກຂາການແລກປ່ຽນການຄ້າ, ພ້ອມທັງຊຸກຍູ້ການຫັນເປັນໂລກາພິວັດມຸ່ງເຖິງການພັດທະນາດຸ່ນດ່ຽງ, ສະເໝີພາບ ແລະ ມີຜົນປະໂຫຍດໃຫ້ທຸກໆຝ່າຍ.
BRICS ໃຫ້ຄຳໝັ້ນສັນຍາຊຸກຍູ້ການຫັນເປັນໂລກາພິວັດມຸ່ງໄປເຖິງການພັດທະນາທີ່ດຸ່ນດ່ຽງ, ສະເໝີພາບ ແລະ ມີຜົນປະໂຫຍດໃຫ້ທຸກຝ່າຍ - ảnh 1 ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ BRICS

ບັນດາລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS ເຊິ່ງລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຣີກາ) ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຫຼາຍຝ່າຍ, ປົກປັກຮັກສາກົດໝາຍ ແລະ ບັນດາຫຼັກການສາກົນ, ຄັດຄ້ານລັດທິຝ່າຍດຽວ ແລະ ລັດທິອາລັກຂາການແລກປ່ຽນການຄ້າ, ພ້ອມທັງຊຸກຍູ້ການຫັນເປັນໂລກາພິວັດມຸ່ງເຖິງການພັດທະນາດຸ່ນດ່ຽງ, ສະເໝີພາບ ແລະ ມີຜົນປະໂຫຍດໃຫ້ທຸກໆຝ່າຍ.

          ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ສະເໜີ 4 ວິທີການເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ. ທ່ານຖືວ່າ ບັນດາປະເທດໃນກຸ່ມຄວນສືບຕໍ່ປົກປ້ອງລັດທິຮ່ວມມືຫຼາຍຝ່າຍ ແລະ ລະບົບສາກົນໂດຍຖື ສະຫະປະຊາຊາດເປັນໃຈກາງຄືໃນປະຈຸບັນ; ສ້າງສະພາບແວດລ້ອມໃໝ່ໃຫ້ແກ່ບັນດາການພົວພັນສາກົນໂດຍຍົກສູງຄວາມເຄົາລົບນັບຖື, ຄວາມຍຸຕິທຳ, ກົດໝາຍ, ການຮ່ວມມື ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ.

          ກໍ່ກ່ຽວຂ້ອງເຖິງກອງປະຊຸມດັ່ງກ່າວ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກແຈ້ງການຊີ້ແຈ້ງວ່າ ບັນດາລັດຖະມົນຕີໄດ້ປຶກສາຫາລືບັນຫາກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມໝັ້ນຄົງດ້ານເສດຖະກິດ, ການເງິນ ກໍ່ຄືການພັດທະນາແບບຍືນຍົງ.

ຕອບກັບ