ADMM – 14 ແລະ ADMM+ ຄັ້ງ​ທີ 7 ຈະ​ດຳ​ເນີນ​ຜ່ານ​ຮູບ​ການ​ທາງອອນ​ລາຍ

Chia sẻ
(VOVWORLD) -    ຕອນເຊົ້າວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ 2 ທ່ານ ນັ້ນຄື ທ່ານພົນໂທ ຫງວຽນຈິວິ້ງ ແລະ ທ່ານ ພົນໂທ ຮວ່າງຊວັນຈ໊ຽນ ໄດ້ເປັນປະທານກອງປະຊຸມສຳຫຼວດກວດຄືນບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດກັບຕ່າງປະເທດນັບແຕ່ນີ້ຮອດທ້າຍປີ 2020.
ADMM – 14 ແລະ ADMM+ ຄັ້ງ​ທີ 7 ຈະ​ດຳ​ເນີນ​ຜ່ານ​ຮູບ​ການ​ທາງອອນ​ລາຍ - ảnh 1ທ່ານພົນໂທ ຫງວຽນຈິວິ້ງ ແລະ ທ່ານ ພົນໂທ ຮວ່າງຊວັນຈ໊ຽນ ເປັນປະທານກອງປະຊຸມ (ພາບ: qdnd.vn) 

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ລາຍງານ, ປຶກສາຫາລືແຜນການປະຕິບັດວຽກງານກະກຽມຈັດຕັ້ງບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ນີ້ຮອດທ້າຍປີ 2020. ໃນນັ້ນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 14 (ADMM – 14), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 7 ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ ຈະດຳເນີນຕາມຮູບການທາງອອນລາຍໃນ 2 ອາທິດຕົ້ນເດືອນ ທັນວາ 2020. ທ່ານ ພົນໂທ ຫງວຽນຈິວິ້ງ ແລະ ທ່ານພົນໂທ ຮວ່າງຊວັນຈ໊ຽນ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຈັດຕັ້ງບັນດາການເຄື່ອນໄຫວພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ ນັບແຕ່ນີ້ຮອດທ້າຍປີ 2020, ເຖິງວ່າຈະຈັດຂຶ້ນໃນຮູບການໃດກໍຕາມ, ກໍຕ້ອງປະຕິບັດດ້ວຍຄວາມມານະພະຍາຍາມສູງສຸດ; ຮັບປະກັນຄວາມລອບຮອບຖີ່ຖ້ວນ, ສົມກຽດ ແລະ ສະແດງໃຫ້ເຫັນສີສັນວັດທະນະທຳຂອງຊາດຫວຽດນາມ ຢ່າງຈະແຈ້ງ.

ຕອບກັບ