ວັນທີ 24 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ແຕ່ງຕັ້ງທ່ານ Shantanu Chakraborty ດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດຄົນໃໝ່ປະຈຳ ຫວຽດນາມ.
ຕາມນັ້ນແລ້ວ, ທ່ານ Shantanu Chakraborty ຈະນຳພາການເຄື່ອນໄຫວຂອງ ADB ປະຈຳ ຫວຽດນາມ, ຕາງໜ້າໃຫ້ທະນາຄານໃນການເຈລະຈານະໂຍບາຍ ແລະ ຊຸກຍູ້ການພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາອົງການກ່ຽວຂ້ອງ. ທ່ານຈະຕິດຕາມກວດກາເລື່ອງຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືລະດັບຊາດໃຫ້ແກ່ ຫວຽດນາມ ໄລຍະ 2023 – 2026, ສຸມໃສ່ເຂົ້າການຫັນປ່ຽນຂອງ ຫວຽນດາມ ເປັນພື້ນຖານເສດຖະກິດສີຂຽວ, ຂຸດຄົ້ນກຳລັງຄວາມສາມາດຂອງພາກພື້ນເອກະຊົນ ແລະ ຊຸກຍູ້ຄວາມຍຸຕິທຳທາງສັງຄົມ.
ທ່ານ Shantanu Chakraborty (ຖືສັນຊາດ ອິນເດຍ), ເປັນຜູ້ສືບທອດໜ້າທີ່ຂອງທ່ານ Andrew Jefries (ຖືສັນຊາດ ອາເມລິກາ), ຜູ້ຫາກໍ່ສິ້ນສຸດອາຍຸການເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ.