6 ເດືອນຕົ້ນປີ ຫວຽດນາມ ດຶງດູດທຶນ FDI ໄດ້ເກືອບ 20 ຕື້ໂດລາ

Chia sẻ
(VOVWORLD) - ໃນ 6 ເດືອນຜ່ານມາ, ຍີ່ປຸ່ນ ແມ່ນປະເທດນຳໜ້າໃນຈຳນວນ 94 ປະເທດ, ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ
 
6 ເດືອນຕົ້ນປີ ຫວຽດນາມ ດຶງດູດທຶນ FDI ໄດ້ເກືອບ 20 ຕື້ໂດລາ - ảnh 1 ພາບປະກອບ

ຕາມກົມລົງທຶນຕ່າງປະເທດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ແລ້ວ, ໃນ 6 ເດືອນຜ່ານມາ, ຍອດຈຳນວນເງິນລົງທຶນຈາກຕ່າງປະເທດທີ່ຈົດທະບຽນໃໝ່, ເພີ່ມເຕີມ ແລະ ປະກອບທຶນ, ຊື້ຫຸ້ນຂອງທົ່ວປະເທດບັນລຸເກືອບ 19 ຕື້ 220 ລ້ານ USD, ເພີ່ມຂຶ້ນ 55% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນ 6 ເດືອນຜ່ານມາ, ຍີ່ປຸ່ນ ແມ່ນປະເທດນຳໜ້າໃນຈຳນວນ 94 ປະເທດ, ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ, ດ້ວຍຍອດເງິນລົງທຶນແມ່ນ 5 ຕື້ 80 ລ້ານ USD, ກວມກ່ວາ 26% ຍອດຈຳນວນເງິນລົງທຶນ. ຈາກນັ້ນແມ່ນ ສ. ເກົາຫຼີ ແລະ ສິງກະໂປ.

ຕອບກັບ