ໂດຍຫ່າງຈາກນະຄອນ ເຫ້ວ ໄປທາງທິດ ຕາເວັນຕົກສ່ຽງໃຕ້, ໝູ່ບ້ານເຮັດທູບ ຖຸຍຊວັນ (ບ້ານ ຖຸຍຊວັນ, ນະຄອນ ເຫ້ວ, ເທື່ອທຽນເຫ້ວ) ມີຊື່ສຽງດ້ວຍອາຊີບເຮັດທູບໄມ້ເກດສະໜາທີ່ມີອາຍຸນັບຮ້ອຍປີ. (ພາບ: bvhttdl.gov.vn) ມາແຫ່ງນີ້, ແຂກທ່ອງທ່ຽວຫຼາຍຄົນມີຄວາມປະທັບໃຈດ້ວຍບັນດາມັດກ້ານທູບ ຫຼາຍສີສັນ ທີ່ໄດ້ວາງລຽງລາຍກ່າຍກັນຂຶ້ນຢູ່ລຽບຕາມຖະໜົນ. (ພາບ: toquoc.vn) (ພາບ: TTXVN) ບັນດາມັດທູບໄດ້ຈັດລຽນຂຶ້ນເປັນຫຼາຍຊັ້ນ, ສ້າງເປັນ “ດອກໄມ້” ທີ່ມີສີສັນຫຼາກຫຼາຍ. (ພາບ: congthuong.vn) ນອກຈາກອາຊີບເຮັດທູບແລ້ວ, ມີຫຼາຍຄອບຄົວຍັງເຮັດເປັນເຂດໃຫ້ແຂກທ່ອງທ່ຽວມາຖ່າຍຮູບ. (ພາບ: toquoc.vn) ວິທີເຮັດດັ່ງກ່າວໄດ້ປະກອບສ່ວນສ້າງຄວາມປະທັບໃຈທີ່ດີ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມຫຼາຍກວ່າ. ພ້ອມທັງ, ຊ່ວຍໂຄສະນາ, ແຜ່ກະຈາຍຮູບພາບຂອງໝູ່ບ້ານອາຊີບ. (ພາບ: toquoc.vn) ຕາມບັນດາເຈົ້າຂອງຮາກຖານການຜະລິດແລ້ວ, ແຕ່ລະມື້ມີແຂກທ່ອງທ່ຽວນັບຮ້ອຍເທື່ອຄົນມາຢ້ຽມຢາມ, ຖ່າຍຮູບ, ເປັນຕົ້ນແມ່ນບັນດາເພື່ອນໜຸ່ມ. (ພາບ: congthuong.vn) (ພາບ: TTXVN) ຢູ່ບ້ານເຮັດທູບ ຖຸຍຊວັນ, ແຂກທ່ອງທ່ຽວໄດ້ຊອກຮູ້ ແລະ ທົດລອງ ເຮັດທູບທີ່ເປັນມູນເຊື້ອຂອງທ້ອງຖິ່ນ. (ພາບ: TTXVN) (ພາບ: toquoc.vn) ຜ່ານນັ້ນ, ແຂກທ່ອງທ່ຽວກໍ່ມີຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດຂອງປະຊາຊົນໃນບ້ານຫຼາຍກວ່າ. (ພາບ: TTXVN) ດ້ວຍຄວາມງາມທີ່ເປັນເອກະລັກສະເພາະ, ພ້ອມກັບວິທີເຮັດການທ່ອງທ່ຽວທີ່ໃໝ່ອ່ຽມນັ້ນ, ປະຈຸບັນ, ໝູ່ບ້ານເຮັດທູບ ຖຸຍຊວັນ ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ເຫ້ວ. (ພາບ: toquoc.vn) Từ khóa: ຕອບກັບ ສົ່ງ Xem thêm