ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ

Chia sẻ

(VOVWORLD) - ນັບແຕ່ທ້າຍເດືອນພຶດສະພາ, ບັນດາເນື້ອທີນາຂັ້ນໄດຢູ່ ກອນຕຸມ ພັດມີສີເຫຼືອງອາລ່າມທີ່ສວຍງາມ.

ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 1
ນັບແຕ່ທ້າຍເດືອນພຶດສະພາ, ນາຂັ້ນໄດຢູ່ໝູ່ບ້ານ ກອນຕຸຣັ່ງ, ເມືອງ ກອນປລົງ (ແຂວງກອນຕຸມ) ໄດ້ປ່ຽນເປັນສີເຫຼືອງອາລ່າມໃນທົ່ວທຸກແຫ່ງ. ພາບ: FB Hi Măng Đen
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 2
ໂດຍຢູ່ຫ່າງຈາກໃຈກາງເທດສະບານ ມັງແດນ ປະມານ 10 ກີໂລແມັດ, ເມືອງ ກອນປລົງ ພວມເຂົ້າສູ່ລະດູການທີ່ໄດ້ຮັບຖືວ່າແມ່ນລະດູງາມທີ່ສຸດໃນປີ. (ພາບ: FB Hi Măng Đen)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 3
ນາຂັ້ນໄດຢູ່ແຫ່ງນີ້ເປັນພັ່ນໆບໍ່ເທົ່າກັນ, ສະຫຼັບຊັບຊ້ອນເກາະກ່າຍກັນໄປ. ແຕ່ລະພັ່ນມີສີສັນທີ່ແຕກຕ່າງກັນ, ສ້າງເປັນການສະຫຼັບສັບຊ້ອນ ແລະ ການປ່ຽນສີທີ່ສວຍງາມ (ພາບ: sgtiepthi.vn)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 4
ຢູ່ກອນຕູຣັ່ງ, ພໍ່ແມ່ປະຊາຊົນບໍ່ນຳເອົາຕົ້ນເຂົ້າກັບເມືອເຮືອນ ແຕ່ໄດ້ເກັບມ້ຽນຢູ່ຖຽງນາທີ່ຕັ້ງກະແຈກກະຈາຍ ຢູ່ນາຂັ້ນໄດ. (ພາບ: FB Hi Măng Đen)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 5
ຖ້າຫາກລະດູເຂົ້າສຸກເຫຼືອງ ຢູ່ໄຕບັກ ມີຄວາມງາມແບບໂຫຍ່ໂຕມະໂຫຖານ ແຕ່ນາຂັ້ນໄດຢູ່ ກອນຕູຣັ່ງ ພັດມີຄວາມງາມແບບລຽບງ່າຍ ແລະ ສະຫງົບ. (ພາບ: sgtiepthi.vn)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 6
(ພາບ: FB Hi Măng Đen)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 7
ເພື່ອສາມາດລົງໄປນາຂັ້ນໄດຢູ່ ກອນຕູຣັ່ງ, ແຂກທ່ອງທ່ຽວຕ້ອງໄປຜ່ານເສັ້ນທາງຄ້ຄ້ອຍສູງພໍສົມຄວນ ແລະ ເປັນທາງຄົດງໍ(ພາບ: dulich.laodong.vn)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 8
ກອນຕູຮັ່ງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈບັນດາເພື່ອນໜຸ່ມ ທີ່ມີຄວາມນິຍົມຄົ້ນຫາທຳມະຊາດທີ່ຮົກເຮື້ອ, ສະຫງົບສຸກ. (ພາບ: FB Là Măng Đen)
ລະດູເຂົ້າສູກເຫຼືອງອາລ່າມ ຢູ່ນາຂັ້ນໄດ ແຂວງກອນຕຸມ - ảnh 9
ຈາກນາຂັ້ນໄດ ກອນຕູຣັ່ງ, ແຂກທ່ອງທ່ຽວອາດສາມາດ trekking ເພື່ອຄົ້ນຫາຈອມພູ ງອກເລ ເພື່ອມີການລົງພຶດຕິກຳຕົວຈິງທີ່ເປັນໜ້າຈົດຈຳໃຫ້ແກ່ການເດີນທາງໄປຄົ້ນຫາ ກອນຕຸມ (ພາບ: sgtiepthi.vn)

ຕອບກັບ